ພິທີເຊັນສັນຍາ ສຳປະທານ CA ໂຄງການພັດທະນາອຸດສາຫະກໍາ ການທ່ອງທ່ຽວ ແລະ ສະໜາມກ໋ອບ ເມືອງວັງວຽງ ແຂວງວຽງຈັນ.

Jul 28, 2022 | ການເຄື່ອນໄຫວ, ຂ່າວເດັ່ນ

ໃນວັນທີ 26 ກໍລະກົດ 2022, ທີ່ກະຊວງແຜນການ ແລະ ການລົງທຶນ, ໄດ້ຈັດພິທີເຊັນສັນຍາ ສຳປະທານ CA ໂຄງການພັດທະນາອຸດສາຫະກໍາ ການທ່ອງທ່ຽວ ແລະ ສະໜາມກ໋ອບ ເມືອງວັງວຽງ ແຂວງວຽງຈັນ ລະຫວ່າງ ລັດຖະບານ ແຫ່ງ   ສປ ລາວ ກັບ ບໍລິສັດ ວັງວິວລີ້ຮິວ ຈຳກັດ, ເປັນກຽດເຂົ້າຮ່ວມໃນພິທີເຊັນສັນຍາ ຄັ້ງນີ້ໂດຍ ທ່ານ ນາງ ຄຳຈັນ ວົງແສນບູນ  ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ນາງ ແພງຈັນ ແພງເມຶອງ ຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ, ທ່ານ ເຕັ່ງເມັ່ງ ຢ່າງລືໄຊ ຫົວນ້າພະແນກແຜນການ ແລະ ການລົງທຶນ ແຂວງວຽງຈັນ  ພ້ອມນີ້ກໍ່ຍັງມີ ບັນດາທ່ານ ຫົວໜ້າຫ້ອງການ,  ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກຈາກສູນກາງ,  ແລະ ທ່ອງຖີ່ນ ແລະ ຕາງໜ້າຈາກບໍລິສັດກໍ່ໄດ້ເຂົ້າຮ່ວມ.

ໂດຍອີງຕາມໃບມອບສິດຂອງ ທ່ານນາຍົກລັດຖະມົນຕີ ທີ່ມອບໃຫ້ ກະຊວງແຜນການ ແລະ ການລົງທຶນ ເປັນຜູ້ເຊັນສັນຍາ, ເຊິ່ງຕາງໜ້າເຊັນສັນຍາໃຫ້ລັດຖະບານ ແຫ່ງ ສປປ ລາວ ໂດຍທ່ານ ນາງ ຄຳຈັນ ວົງແສນບູນ  ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ເຊັນເປັນພະຍານໂດຍ ທ່ານ ນາງ ແພງຈັນ ແພງເມຶອງ ຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ແລະ  ທ່ານ ເຕັ່ງເມັ່ງ ຢ່າງລືໄຊ ຫົວນ້າພະແນກແຜນການ ແລະ ການລົງທຶນ ແຂວງວຍງຈັນ ຮ່ວມກັບ ບໍລິສັດ ວັງວິວລີ້ຮິວ ຈຳກັດ ຕາງໜ້າເຊັນໂດຍ ທ່ານ ນາງ ມະນີວອນ ສິດທິໄຊ ຮອງປະທານ ບໍລິສັດ ວັງວິວລີ້ຮິວ ຈຳກັດ ແລະ ເຊັນເປັນພະຍານໂດຍທ່ານ ໄຕຣລັກ ວິສີສົມບັດ ປະທານ ບໍລິສັດ ທີເຮັດບີກຮຸບ ຈຳກັດຜູ້ດຽວ ແລະ ທ່ານ ນາງ ມະໂນລາ ປະເສີດ ຮອງປະທານ ຄະນະກຳມະການ ກິດຕິມະສັກວຍກງານພົວພັນລັດຖະບານ ບໍລິສັດ ພີທີແອວໂຮນດິ້ງ ຈຳກັດ.