ພິທີເຊັນສັນຍາ ສຳຫຼວດແຮ່ເຫລັກ(ຕາມປົກກະຕິ) ໃນເນື້ອທີ່ 21,32 ກມ2 ຢູ່ເຂດບ້ານທ່ານາ, ບ້ານຫ້ວຍເບືອກ, ບ້ານຜາຮາງເໜືອ, ບ້ານເມັກ, ບ້ານໂພນສູງ ແລະ ບ້ານຜາຈົວ ເມືອງຄູນຄຳ ແຂວງຄຳມ່ວນ

Oct 18, 2022 | ການເຄື່ອນໄຫວ, ຂ່າວເດັ່ນ

ໃນວັນທີ 12 ຕຸລາ 2022, ທີ່ກະຊວງແຜນການ ແລະ ການລົງທຶນ, ໄດ້ຈັດພິທີເຊັນສັນຍາ ສຳຫຼວດແຮ່ເຫລັກ(ຕາມປົກກະຕິ) ໃນເນື້ອທີ່ 21,32 ກມ2 ຢູ່ເຂດບ້ານທ່ານາ, ບ້ານຫ້ວຍເບືອກ, ບ້ານຜາຮາງເໜືອ, ບ້ານເມັກ,ບ້ານໂພນສູງ ແລະ ບ້ານຜາຈົວ ເມືອງຄູນຄຳ ແຂວງຄຳມ່ວນ.

ເປັນກຽດເຂົ້າຮ່ວມໃນພິທີເຊັນສັນຍາຄັ້ງນີ້ໂດຍທ່ານ ທ່ານ ປອ ສະຖາບັນດິດ ອິນຊີຊຽງໃໝ່  ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່, ທ່ານ ຄຳລາວັນ ຈັນທະລາວັນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີ ກະຊວງ ການເງິນ, ທ່ານ ນາງ ຈັນນະພາ ວົງສະໝໍລະພູມ ປະທານບໍລິສັດ ຊີເອັນພີ ສຳຫຼວດ ແລະ ຂຸດຄົ້ນແຮ່ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ, ທ່ານ ນາງ ປາຣະມີ ວົງພະຈັນ ຜູ້ອຳນວຍການ ບໍລິສັດ ປາຣະມີ ກະສິກຳ-ການຄ້າ ຂົນສົ່ງ ຄົບວົງຈອນ ຈຳກັດ, ທ່ານ ນາງ ມະນີຈັນ ກຸມພົນພັກດີ ຜູ້ຈັດການບໍລິສັດ ຊີເອັນພີ ສຳຫຼວດ ແລະ ຂຸດຄົ້ນແຮ່ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ແລະ ຕາງໜ້າຈາກບໍລິສັດກໍ່ໄດ້ເຂົ້າຮ່ວມ, ໂດຍປະຕິບັດຕາມໃບມອບສິດຂອງທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 182/ນຍ, ລົງວັນທີ 14 ກັນຍາ 2022, ທີ່ມອບສິດໃຫ້ ກະຊວງແຜນການ ແລະ ການລົງທຶນ ເປັນຜູ້ເຊັນສັນຍາ, ຕາງໜ້າເຊັນໂດຍ ທ່ານ ປອ ສະຖາບັນດິດ ອິນຊີຊຽງໃໝ່  ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ເຊັນເປັນພະຍານໂດຍທ່ານ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່, ທ່ານ ພູຊະນະ ໄຊໂກສີ  ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງຄຳມ່ວນ ຕາງໜ້າບໍລິສັດເຊັນໂດຍ  ທ່ານ ນາງ ຈັນນະພາ ວົງສະໝໍລະພູມ ປະທານບໍລິສັດ ຊີເອັນພີ ສຳຫຼວດ ແລະ ຂຸດຄົ້ນແຮ່ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ, ທ່ານ ນາງ ປາຣະມີ ວົງພະຈັນ ຜູ້ອຳນວຍການ ບໍລິສັດ ປາຣະມີ ກະສິກຳ-ການຄ້າ ຂົນສົ່ງ ຄົບວົງຈອນ ຈຳກັດ ແລະ ເຊັນເປັນພະຍານໂດຍ ທ່ານ ນາງ ມະນີຈັນ ກຸມພົນພັກດີ ຜູ້ຈັດການບໍລິສັດ ຊີເອັນພີ ສຳຫຼວດ ແລະ ຂຸດຄົ້ນແຮ່ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ.