ພິທີເປີດແຜນງານການຮ່ວມມື ລະຫວ່າງລັດຖະບານ ສປປ ລາວ ແລະອົງການ ສະຫະປະຊາຊາດ ດ້ານເຄຫາສະຖານ ປະຈໍາປີ 2022-2026

Nov 7, 2022 | ການເຄື່ອນໄຫວ, ຂ່າວເດັ່ນ

ໃນວັນທີ 3 ພະຈິກ 2022, ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ອົງການ ສປຊ ດ້ານເຄຫາສະຖານ ໄດ້ຮ່ວມກັນຈັດພິທີເປີດແຜນງານການຮ່ວມມື ລະຫວ່າງລັດຖະບານ ສປປ ລາວ ແລະ ອົງການ ສະຫະປະຊາຊາດ ດ້ານເຄຫາສະຖານ ປະຈໍາປີ 2022-2026 ທີ່ໂຮງແຮມຄຣາວພຣາຊາ ນະຄອນຫຼວງວຽງຈັນ. ພິທີດັ່ງກ່າວດຳເນີນພາຍໃຕ້ການເປັນປະທານຮ່ວມຂອງທ່ານ  ນາງ ພອນວັນ ອຸທາວົງ, ຮອງລັດທະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ອາວີ ຊາຣກາຣ ທີປືກສາພາກພື້ນອາຊີຕາເວັນອອກສ່ຽງໃຕ້, ຫົວໜ້າອົງການສະຫະປະຊາຊາດດ້ານເຄຫະສະຖານ ປະຈຳ ລາວ ແລະ ທ່ານ ພູວົງ ຫຼວງໄຊຊະນະ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ໂດຍການເຂົ້າຮ່ວມຈາກກະຊວງການຕ່າງປະເທດ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ສະຫະພັນແມ່ຍິງລາວ ພ້ອມດ້ວຍອົງການສະຫະປະຊາຊາດຈາກດ້ານຕ່າງໆ. ແຜນງານການຮ່ວມມືລະຫວ່າງ ອົງການ ສປຊ ດ້ານເຄຫາສະຖານ ແລະ ລັດຖະບານ ສປປ ລາວ ແມ່ນເອກະສານແຜນຍຸດທະສາດ ທີ່ກໍານົດທິດທາງຂອງວຽກງານສະໜັບສະໜູນຂອງ ອົງການ ສປຊ ດ້ານເຄຫາສະຖານ ໃນຂົງເຂດການພັດທະນາທີ່ເປັນບູລິມະສິດຂອງລັດຖະບານ ເຊັ່ນ: ການພັດທະນາຕົວເມືອງ, ການປ່ຽນແປງດິນຟ້າອາກາດ, ການບໍລິການຂັ້ນພື້ນຖານ ແລະ ອື່ນໆ. ແຜນງານດັ່ງກ່າວຍັງເປັນພື້ນຖານໃຫ້ແກ່ການລະດົມການສະໜັບສະໜູນຈາກພາກສ່ວນອື່ນໆອີກດ້ວຍ.

ຈຸດປະສົງຂອງພິທີເປີດແຜນງານໃນຄັ້ງນີ້ ແມ່ນເພື່ອແບ່ງປັນເອກະສານ ແຜນງານການຮ່ວມມືລະຫວ່າງ ອົງການ ສປຊ ດ້ານເຄຫາສະຖານ ແລະ ລັດຖະບານ ສປປ ລາວ ຕໍ່ກັບຄູ່ຮ່ວມພັດທະນາຫຼັກ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ກໍາລັງເຮັດວຽກໃນຂະແໜງການຕ່າງໆເພື່ອໃຫ້ບັນລຸເປົ້າໝາຍຮ່ວມກັນ ໃນການວາງແຜນພັດທະນາປະເທດຊາດ ແລະ ຍັງເປັນການເອື້ອອໍານວຍຄວາມສະດວກຕໍ່ການເສີມຂະຫຍາຍການຮ່ວມມືໃນໄລຍະກອບເວລາທີ່ຖືກລະບຸໄວ້ໃນແຜນງານການຮ່ວມມືດັ່ງກ່າວອີກດ້ວຍ. ພິທີເປີດໃນຄັ້ງນີ້ ຍັງໄດ້ມີການເປີດວີດີໂອສະແດງໜ້າວຽກທີ່ຫາກໍ່ສໍາເລັດໄປບໍ່ດົນມານີ້ ກ່ຽວກັບການກໍ່ສ້າງທີ່ຢູ່ອາໃສໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມທີ່ ເມືອງສະ ໜາມໄຊ ແຂວງອັດຕະປື ປີ 2018. ນອກຈາກນີ້ຍັງໄດ້ມີການນໍາສະເໜີພາບລວມ ຂອງແຜນງານການຮ່ວມມືລະຫວ່າງ ອົງການ ສປຊ ດ້ານເຄຫາສະຖານ ແລະ ລັດຖະບານ ສປປ ລາວ ໃນຂະນະດຽວກັນ ທ່ານ ພູວົງ ຫຼວງໄຊຊະຮອງລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກໍ່ຍັງໄດ້ກ່າວເຖິງ ສາຍສໍາພັນທີ່ແໜ້ນແຟ້ນ ລະຫວ່າງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ອົງການ ສປຊ ດ້ານເຄຫາສະຖານ ທີ່ໄດ້ຮ່ວມກັນສ້າງຜົນປະໂຫຍດໃຫ້ແກ່ຊຸມຊົນທີ່ມີຄວາມບອບບາງຢູ່ໃນ ສປປ ລາວໃນໄລຍະທີ່ຜ່ານມາ ແລະ ຕໍ່ໜ້າ.

ທ່ານ ປອ ອາວີ ຊາຣກາຣ, ທີ່ປຶກສາປະຈໍາພາກພື້ນອາຊີຕາເວັນອອກສຽງໃຕ້ ແລະ ຫົວຫນ້າອົງການ ສປຊ ດ້ານເຄຫາສະຖານ ປະຈໍາ ສປປ ລາວ ກໍ່ໄດ້ກ່າວສະແດງຄວາມຂອບໃຈມາຍັງຜູ້ເຂົ້າຮ່ວມທັງໝົດທີ່ໄດ້ສະໜັບສະໜູນການພັດທະນາແຜນການຮ່ວມມື ສະບັບນີ້ຂື້ນມາຮ່ວມກັນ ແລະ ໄດ້ສະແດງຄວາມປາດຖະໜາເປັນຢ່າງຍິ່ງວ່າ ອົງການ ສປຊ ດ້ານເຄຫາສະຖານ ຈະສາມາດປະກອບສ່ວນສໍາຄັນໃຫ້ ສປປ ລາວ ສາມາດບັນລຸເປົ້າໝາຍການພັດທະນາແຫ່ງຊາດໃນໄລຍະ 5 ປີຕໍ່ໜ້າ, ໂດຍມີການປະສານງານຢ່າງໃກ້ຊິດກັບບັນດາກະຊວງທີ່ໄດ້ເຂົ້າຮ່ວມງານໃນຄັ້ງນີ້ ແລະ ຄູ່ຮ່ວມພັດທະນາອື່ນໆ.