ລັດຖະບານ ສ ປ ປ ລາວເຊັນສັນຍາສຳປະທານ (CA) ໂຄງການສາຍສົ່ງໄຟຟ້າລາວ (EDL-T) ລະຫວ່າງລັດຖະບານແຫ່ງ ສ ປ ປ ລາວ ກັບ ບໍລິສັດ ສາຍສົ່ງໄຟຟ້າແຫ່ງຊາດລາວ (ELECTRICITE DU LAOS TRANSMISSION COMPANY LIMITED).

Mar 19, 2021 | ການເຄື່ອນໄຫວ

ໃນວັນທີ 11 ມີນາ  2021 ໄດ້ມີພີທີເຊັນສັນຍາສຳປະທານ (CA)  ໂຄງການສາຍສົ່ງໄຟຟ້າລາວ (EDL-T) ລະຫວ່າງ ລັດຖະບານແຫ່ງ ສ ປ ປ ລາວ ກັບ ບໍລິສັດ ສາຍສົ່ງໄຟຟ້າແຫ່ງຊາດລາວ (ELECTRICITE DU LAOS TRANSMISSION COMPANY LIMITED) ທີ່ໂຮງແຮມ ດອນຈັນ ນະຄອນຫຼວງວຽງຈັນ  ເຊິ່ງໂຄງການສາຍສົ່ງໄຟຟ້າ ຖືວ່າເປັນ ໂຄງການບູລິມະສິດໜຶ່ງ ຂອງສປປ ລາວ ທີ່ລັດຖະບານ ໃຫ້ຄວາມສຳຄັນ, ຊຶ່ງເປັນການລົງທຶນຮ່ວມກັນ ລະຫວ່າງ ລັດຖະບານ ສປປ ລາວ ຮ່ວມກັບ ລັດວິສາຫະກິດ ສປ ຈີນ.

 

ເຊິ່ງເປັນກຽດເຂົ້າຮ່ວມພີທີເຊັນບົດບັນທຶກມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີ ຫົວໜ້າຫ້ອງການສໍານັກງານນາຍົກ, ທ່ານ ປອ ຄຳມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ , ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ຈຽງໄຈ້ຕົງ ເອກອັກຄະລັດຖະທູດ

ຜູ້ມີອຳນາດເຕັມແຫ່ງ ສ ປ ຈີນປະຈຳລາວ  ແລະ  ມີຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ພະນັກງານຈາກຂະແໜງການທີ່ກ້ຽວຂ້ອງ ແລະ ຕາງໜ້າຈາກບໍລິສັດ ກໍ່ໄກ້ໃຫ້ກຽດເຂົ້າຮ່ວມ ເຊິ່ງໃນການລົງນາມເຊັນບົດບັນທຶກຄັ້ງນີ້ ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວເຊັນໂດຍ ທ່ານ ນ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທືນ ແລະ ເຊັນເປັນພະຍານໂດຍ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ຕາງໜ້າໃຫ້ບໍລິສັດ ເຊັນໂດຍ ທ່ານ ຈ່າງເວີນເຟິງ ຮອງຜູ້ອຳນວຍການ ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ ແລະ ເຊັນເປັນພະຍານໂດຍທ່ານ  ຟານ ຢາລ້ຽງ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ສາຍສົ່ງໄຟຟ້າແຫ່ງຊາດລາວ.