ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຕ້ອນຮັບຮອງປະທາhttps://mpi.gov.la/wp-admin/post-new.php?lang=lo-laນສະພາແຫ່ງ ສ. ເກົາຫຼີ

Dec 12, 2022 | ການເຄື່ອນໄຫວ, ຂ່າວເດັ່ນ

ໃນວັນທີ 28 ພະຈິກ 2022, ທີ່ກະຊວງແຜນການ ແລະ ການລົງທຶນ ຄະນະຜູ້ແທນ ທ່ານ ຈອງ ວູເທັກ ຮອງປະທານສະພາແຫ່ງ ສ. ເກົາຫຼີ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 26-29 ພະຈິກ 2022, ໃນໂອກາດດັ່ງກ່າວ ທ່ານ ຈອງ ວູເທັກ ຮອງປະທານສະພາແຫ່ງ ສ. ເກົາຫຼີ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະກັບ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ.

ໂອກາດນີ້, ທ່ານ ຄໍາເຈນ ວົງໂພສີ ໄດ້ສະແດງຄວມຕ້ອນຮັບ ແລະ ຕີລາຄາສູງຕໍ່ການເຂົ້າພົບປະຄັ້ງນີ້ ເຊິ່ງທັງສອງຝ່າຍໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງຕົນໃຫ້ກັນຊາບ ໃນໄລຍະຜ່ານມາ ສ ເກົາຫຼີ ໄດ້ໃຫ້ການຊ່ວຍ ສປປ ລາວຫຼາຍດ້ານ ເປັນຕົ້ນ ການສຶກສາ, ການພັດທະນາຊັນພະຍາກອນມະນຸດ, ການພັດທະນາພື້ນຖານໂຄງລ່າງ ກະສິກຳ ທຶນເງິນກູ້ໄລຍະສັ້ນ ໄລຍະຍາວ ແລະ ອື່ນໆ, ເຊິ່ງບັນດາການຊ່ວຍເຫຼືອເຫຼົ່ານີ້ ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຢ່າງໃຫຍ່ຫຼວງ ພ້ອມກັນນັ້ນ ກໍໄດ້ປຶກສາຫາລືຫຼາຍບັນຫາທີ່ກ່ຽວຂ້ອງກັບວຽກງານແຜນການ ແລະ ການລົງທຶນໃນຕໍ່ໜ້າ.

ທ່ານ ຈອງ ວູເທັກ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຂອງທ່ານລັດຖະມົນຕີ ການພົບປະຄັ້ງນີ້ ເປັນການຮັດແໜ້ນຄວາມສາມັກຄີ ການຮ່ວມມືໃນດ້ານຕ່າງໆ ລະຫວ່າງສອງປະເທດ ແລະ ຈະນຳເອົາການປຶກສາຫາລືຄັ້ງນີ້ໄປຄົ້ນຄວ້າ ພິຈາລະນາກັບໝູ່ຄະນະ ເພື່ອສືບຕໍ່ຮ່ວມມືໃນຕໍ່ໜ້າໃຫ້ແໜ້ນແຟ້ນຍິ່ງຂຶ້ນ.