ສອງກະຊວງ ແຜນການ ແລະ ການລົງທຶນ ລາວ ແລະ ສສ ຫວຽດນາມ ເຮັດວຽກຮ່ວມກັນໃນການພັດທະນາໂປຣແກມ (ຊອບແວ) ຫັນເປັນທັນສະໄໝ ເຂົ້າໃນວຽກງານວິຊາສະເພາະ

Jul 27, 2022 | ການເຄື່ອນໄຫວ, ຂ່າວເດັ່ນ

ໃນ​​ລະຫວ່າງວັນທີ 19-21 ກໍລະກົດ 2022 ທີ່​ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ ​ໄດ້ເປີດກອງປະຊຸມພົບປະ ລະຫວ່າງ ກະຊວງ ແຜນການ ແລະ ການລົງທຶນ ຂອງ ສປປ ລາວ ແລະ ຊ່ຽວຊານ IT ຂອງກະຊວງແຜນການ ແລະ ການລົງທຶນ ສສ ຫວຽດນາມ ຕາງໃຫ້ ຄະນະກະຊວງແຜນການ ແລະ ການລົງທຶນ ລາວ ໂດຍ    ທ່ານ ປອ ວັນທະນາ ນໍລິນທາ ວ່າການຫົວໜ້າຫ້ອງການ ກະຊວງກະຊວງແຜນການ ແລະ ການລົງທຶນ ແລະ ຄະນະຊ່ຽວຊານ IT ຂອງກະຊວງແຜນການ ແລະ ການລົງທຶນ ສສ ຫວຽດນາມ ໂດຍ ທ່ານ ດັງ ຫູຍ ແທັ່ງ, ຮອງອຳນວຍການສູນຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີ ມີບັນດາທ່ານ ຮອງຫົວໜ້າຫ້ອງການ, ຫົວໜ້າກົມ, ຫົວໜ້າສະຖາບັນ ແລະ ວິຊາການ ຂອງສອງປະເທດ ເຂົ້າຮ່ວມ.

ເພື່ອເປັນການຈັດຕັ້ງຜັນຂະຫຍາຍ ຂໍ້ຕົກລົງ ວ່າດ້ວຍການຮ່ວມມື ໃນໄລຍະ ປີ 2022-2023 ລະຫວ່າງ ກຜທ ລາວ ແລະ ກຜທ ຫວຽດນາມ ສະບັບລົງວັນທີ 21 ມີນາ 2022 ໃຫ້ປະກົດຜົນເປັນຈິງໃນການພົບປະກັນຄັ້ງນີ້ແມ່ນເພຶ່ອ ປຶກສາຫາລື ແລະ ເຮັດວຽກຮ່ວມກັນໃນການພັດທະນາໂປຣແກມ (ຊອບແວ) ຫັນເປັນທັນສະໄໝ ໃຫ້ແກ່ວຽກງານວິຊາສະເພາະຂອງ ກະຊວງແຜນການ ແລະ ການລົງທຶນ ສປປ ລາວ, ເຊິ່ງທັງສອງຝ່າຍໄດ້ມີການພົບປະແລກປ່ຽນ, ດໍາເນີນການສຳຫຼວດສະພາບຕົວຈິງການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ພື້ນຖານໂຄງລາງດ້ານ ICT  ຢູ່ກະຊວງແຜນການ ແລະ ການລົງທຶນຂອງລາວ ແລະ  ປຶກສາຫາລືກຳນົດບັນດາບັນຫາກ່ຽວກັບສະເພາະດ້ານ, ສະເພາະຂະແໜງການ ແລະ ອັນຮີບດ່ວນທີ່ສຸດ ທີ່ກະຊວງແຜນການ ແລະ ການລົງທຶນຂອງລາວ ຕ້ອງການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ຂໍ້ຫຍຸຸ້ງຍາກຄົງຄ້າງ ແລະ ຂໍ້ສະເໜີ ຂອງກະຊວງແຜນການ ແລະ ການລົງທຶນລາວ ເພຶ່ອໃຫ້ກະຊວງແຜນການ ແລະ ການລົງທຶນ ສສ ຫວຽດນາມ ສືບຕໍ່ຊ່ວຍສະໜັບສະໜູນການຫັນເປັນທັນສະໄໝຂອງຂະແໜງແຜນການ ແລະການລົງທຶນ ລາວ ດ້ວຍການປັບປຸງ ຫຼື ພັດທະນາໂປແກມຄຸ້ມຄອງວຽກງານວິຊາສະເພາະແບບທັນສະໄໝ ທີ່ນໍາໃຊ້ຢູ່ໃນກະຊວງແຜນການ ແລະ ການລົງທຶນ ສສ ຫວຽດນາມ ໃຫ້ສາມາດນໍາໃຊ້ຢູ່ໃນກະຊວງແຜນການ ແລະການລົງທຶນລາວ ໃນປີ 2022.