ສະມາຊິກສະພາແຫ່ງຊາດ ລົງພົບປະພະນັກງານລັດຖະກອນ ກະຊວງແຜນການ ແລະ ການລົງທຶນ

Sep 9, 2022 | Uncategorized @lo-la, ການເຄື່ອນໄຫວ, ຂ່າວເດັ່ນ

ໃນວັນທີ 7 ກັນຍາ 2022 ນີ້ ທີ່ກະຊວງແຜຮການ ແລະ ການລົງທຶນ ທ່ານ ອະນຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະພັກນະຄອນຫລວງວຽງຈັນ, ປະທານ ຄະນະສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈຳເຂດເລືອກຕັ້ງທີ່ 1 ນະຄອນຫລວງວຽງຈັນ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ,ທ່ານ ນາງ ສົມພຽນ ວົງໄຊ ຄະນະປະຈຳ ສະພາປະຊາຊົນ, ປະທານຄະນະກໄມະການຍຸຕິທຳ ແລະ ປ້ອງກັນຊາດ-ປ້ອວກັນຄວາມສະຫງົບ ສະພາປະຊາຊົນ, ນະຄອນຫລວງວຽງຈັນ, ສະມາຊິກສະພາຊຸດທີ IX ປະເຂດເລືອກຕັ້ງທີ 1 , ປອ ແອງພອນ ແພງສຸວັນ ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ໄດ້ລົງພົບປະກັບພະນັກງານ ພາຍໃນ ກະຊວງແຜນການ ແລະ ການລົງທຶນ ໂດຍ ມີທ່ານ ຮອງລັດຖະມົນ,ຫົວຫນ້າຫ້ອງການ,ຫົວຫນ້າກົມ,ຮອງກົມ,ຫົວຫນ້າພະແນກ,ຮອງພະແນກ ແລະ ພະນັກງານລັດຖະກອນເຂົ້າຮ່ວມທັງຫມົດ 284 ຄົນ.

ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ໃຫ້ຂຶ້ນລາຍງານສະພາບລວມໂດຍຫຍໍ້ ກ່ຽວກັບການຊີ້ນຳການຈັດຕັ້ງປະຕິບັດ ວຽກງານລັດໃນໄລຍະຜ່ານມາ ຂອງ ກຜທ ແລະ ທິດທາງໃນຕໍ່ໜ້າ ຊຶ່ງໄດ້ຍົກໃຫ້ເຫັນບາງຜົນງານທີ່ພົ້ນເດັ່ນ, ຕີລາຄາດ້ານອ່ອນ, ຂໍ້ຄົງຂ້າງ ແລະທິດທາງແຜນ ການໃນ ຕໍ່ໜ້າ  .

ພ້ອມກັນນີ້, ໄດ້ຮັບຟັງການເຜີຍແຜ່ຜົນສຳເລັດກອງປະຊຸມ ສະໄໝສາມັນ ເທື່ອທີ 3 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ແລະ ເຜີຍເເຜ່ຜົນສໍາເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ພ້ອມທັງໄດ້ຍົກໃຫ້ເຫັນ ບັນຫາທີ່ສໍາຄັນຂອງຊາດ ແລະ ນະຄອນຫຼວງວຽງຈັນ ທີ່ທັງສອງກອງປະຊຸມ ໄດ້ພິຈາລະນາ ແລະ ຮັບຮອງເອົາ.