ສຶກສາສໍາຫລວດຄວາມເປັນໄປໄດ້ໃນການພັດທະນາໂຄງການໄຟຟ້າພະລັງງານລົມ ຢູ່ເມືອງເຊໂປນ ແຂວງສະຫວັນນະເຂດ

Sep 12, 2022 | ການເຄື່ອນໄຫວ, ຂ່າວເດັ່ນ

ໃນວັນທີ 9 ກັນຍາ 2022, ທີ່ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາສໍາຫລວດຄວາມເປັນໄປໄດ້ ໃນການພັດທະນາໂຄງການໄຟຟ້າພະລັງງານລົມ ຢູ່ເຂດຈຸດສຸມລາໂກ ເມືອງເຊໂປນ ແຂວງສະຫວັນນະເຂດ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ຮ່ວມກັບ ບໍລິສັດສະຫວັນວາຍຸ ພະລັງງານສະອາດ ຈໍາກັດ ແລະ ບໍລິສັດ ເອວເອັມທີລາວ ຈໍາກັດ. ເປັນກຽດເຂົ້າຮ່ວມໃນພິທີເຊັນບົດບັນທຶກ ຄັ້ງນີ້ໂດຍທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ພ້ອມນີ້ກໍ່ຍັງມີທ່ານ ຫົວໜ້າຫ້ອງການ, ຫົວໜ້າກົມ, ຫົວໜ້າພະແນກ,ຮອງຫົວໜ້າພະແນກຈາກສູນກາງ, ພະນັກງານຈາກຂະແໜ່ງການທີກ່ຽວຂ້ອງ ແລະ ຕ່າງໜ້າໃຫ້ບໍລິສັດເຂົ້າຮ່ວມ.

ໂດຍອິງຕາມໃບມອບສິດຂອງທ່ານ ນາຍົກລັດຖະມົນຕີ ສະບັບ ເລກທີ 172/ນຍ,​ ລົງວັນທີ 01 ກັນຍາ 2022, ທີ່ມອບສິດໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນຜູ້ເຊັນບົດບັນທຶນໃນຄັ້ງນີ້, ເຊິ່ງຕາງໜ້າລົງນາມໂດຍທ່ານ ສະຖາບັນດິດ ອິນສີຊຽງໃໝ່, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ເຊັນເປັນພະຍານໂດຍ ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ແກ້ວປະເສີດ ສຸຣີນພູມີ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງສະຫວັນນະເຂດ ຮ່ວມກັບ ບໍລິສັດສະຫວັນວາຍຸ ພະລັງງານສະອາດ ຈໍາກັດ ແລະ ບໍລິສັດ ເອວເອັມທີລາວ ຈໍາກັດ.