ສ. ເກົາຫຼີ ສະໜັບສະໜຸນດ້ານຄວາມປອດໄພ ແລະ ການຮັກສາຄວາມປອດໄພການບິນແກ່ ສປປ ລາວ

Nov 14, 2022 | ການເຄື່ອນໄຫວ, ຂ່າວເດັ່ນ

 

ໃນວັນທີ 9 ພະຈິກ 2022,  ໂຄງການຝຶກອົບຮົມດ້ານຄວາມປອດໄພເດີ້ນບິນ ແລະ ການຮັກສາຄວາມປອດໄພການບິນໄດ້ຖືກຈັດຂື້ນຢູ່ທີໂຮງແຮມ ຄຣາວ ພລາຊ່າ, ນະຄອນຫຼວງວຽງຈັນ ໂດຍການເປັນເຈົ້າພາບຮ່ວມລະຫວ່າງ ກົມການບິນພົນລະເຮືອນ ກະຊວງໂຍທາທິການ ແລະ ຂົນສົງ ແລະ ອົງການສົ່ງເສີມການຄ້າ ແລະ ການລົງທຶນ ຂອງເກົາຫຼີປະຈຳນະຄອນຫຼວງວຽງຈັນ (KOTRA) ຊື່ງໂຄງການຝຶກອົບຮົມດັ່ງກ່າວຖືກຈັດໂດຍ ບໍລິສັດ ໂດວ້າ ເອັນຈິເນຍລິ້ງ ຈຳກັດ (Dohwa Engineering Co., Ltd) ແລະ ບໍລິສັດ ໂກເລຍ ແອພອດ ຄໍປໍເລເຊີ້ນ (Korea Airports Corporation). ເຂົ້າຮ່ວມໃນການຝຶກອົບຮົມຄັ້ງນີ້ມີທ່ານ ພິລຊອງ ຄິມ (Mr. Pilseong Kim), ຜູ້ອໍານວຍການອົງການ KOTRA ວຽງຈັນ, ທ່ານ ວິໄຊ ບົວວັນ, ຮອງຫົວໜ້າກົມການບິນພົນລະເຮືອນ, ທ່ານ ດົງ ວູນ ຈຸງ (Mr. Dong Woon Jung), ຜູ້ອໍານວຍການອາວຸໂສ ບໍລິສັດໂດວ້າ ເອັນຈິເນຍລິ້ງ ຈໍາກັດ, ເຈັົ້າໜ້າທີ່ ແລະ ຜູ້ບັນຍາຍຈາກບໍລິສັດ ໂກເລຍ ແອພອດ ຄໍປໍເລເຊີ້ນ ພ້ອມທັງຜູ້ເຂົ້າຮ່ວມຝຶກອົບຮົມຈຳນວນ 44 ທ່ານ ທີ່ມາຈາກກົມການບິນພົນລະເຮືອນ, ເຈົ້າໜ້າທີ່ສະໜາມບິນຂອງລາວ, ແລະ ອົງການທີ່ກ່ຽວຂ້ອງ.

ໂຄງການຝຶກອົບຮົມດັ່ງກ່າວແມ່ນໄດ້ຖືກພັດທະນາໂດຍບໍລິສັດ ໂດວ້າ ເອັນຈິເນຍລິ້ງ ຈຳກັດ ແລະ ບໍລິສັດ ໂກເລຍ ແອພອດ ຄໍປໍເລເຊີ້ນ ເພື່ອເລັ່ງສົ່ງເສີມການຮ່ວມມືສອງຝ່າຍລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃນຂົງເຂດການດຳເນີນງານດ້ານການບິນ ແລະ ສະໜາມບິນ. ບໍລິສັດ ໂດວ້າ ເອັນຈິເນຍລິ້ງ ຈຳກັດ ໄດ້ມີສ່ວນຮ່ວມໃນໂຄງການກໍ່ສ້າງສະໜາມບິນຫລາຍແຫ່ງໃນນັ້ນລວມມີໂຄງການສະໜາມບິນ ອິນຊອນໄລຍະ 2 ແລະ 3 ທີບໍລິສັດໄດ້ໃຫ້ບໍລິການດ້ານການບໍລິຫານຄຸ້ມຄອງການກໍ່ສ້າງ. ບໍລິສັດ ໂກເລຍ ແອພອດ ຄໍປໍເລເຊີ້ນ, ຊຶ່ງຖືກສ້າງຕັ້ງຂື້ນພາຍໄຕ້ກົດໝາຍຄຸ້ມຄອງບໍລິສັດສະໜາມບິນຂອງ ສ. ເກົາຫຼີ, ມີສະຫນາມບິນເຖິງ 14 ແຫ່ງໃຫ້ບໍລິການໃນປະເທດເກົາຫຼີ. ບໍລິສັດດັ່ງກ່າວ ຍັງມີສູນຝຶກອົບຮົມດ້ານການຮັກສາຄວາມປອດໄພການບິນທີ່ໄດ້ຮັບອະນຸຍາດຈາກອົງການການບິນ ແລະ ພົນລະເຮືອນສາກົນ (ICAO). ບໍລິສັດໂດວ້າ ເອັນຈິເນຍລິ້ງຈໍາກັດ ແລະ ບໍລິສັດ ໂກເລຍ ແອພອດ ຄໍປໍເລເຊີ້ນ ໄດ້ຮ່ວມມືກັນເສີມສ້າງຄວາມຮ່ວມມືກັບໜ່ວຍງານດ້ານການບິນໃນ ສປປ ລາວ ເຊັ້່ນ: ການສຶກສາຄວາມເປັນໄປໄດ້ໃນການຍົກລະດັບສະໜາມບິນສາກົນຫຼວງພະບາງ.

ໂຄງການຝຶກອົບຮົມດັ່ງກ່າວລວມມີການຝຶກອົບຮົມດ້ານການຮັກສາຄວາມປອດໄພການບິນ ແລະ ການຝຶກອົບຮົມດ້ານຄວາມປອດໄພເຂດສະໜາມບິນ. ນາງ ສຸບິນ ລີ ຈາກ ບໍລິສັດ ໂກເລຍ ແອພອດ ຄໍປໍເລເຊີ້ນ, ຊຶ່ງເປັນນຶ່ງໃນຈຳນວນ ຊ່ຽວຊານດ້ານການຮັກສາຄວາມປອດໄພການບິນບໍເທົ່າໃດຄົນໃນໂລກທີ່ໄດ້ຮັບການຢັ້ງຢຶ້ນຜູ້ຝຶກສອນ ແລະ ຜູ້ພັດທະນາຫຼັກສູດການສອນຈາກອົງການການບິນ ແລະ ພົນລະເຮືອນສາກົນ, ໃຫ້ການບັນຍາຍກ່ຽວກັບການວິເຄາະໄພຄຸກຄາມ ແລະ ຄວາມສ່ຽງທີ່ອາດເກີດຂຶ້ນ, ການປະຕິບັດບັນດາມາດຕະການຕ່າງໆເພື່ອປ້ອງກັນຊ່ອງຫວໍ່່ດ້ານຄວາມປອດໄພ ແລະ ການສ້າງວັດທະນະທຳການຮັກສາຄວາມປອດໄພພາຍໃນ. ທ່ານ ຮີອອນຈູ ລີ (Mr. Heonju Lee) ຈາກ ບໍລິສັດ ໂກເລຍ ແອພອດ ຄໍປໍເລເຊີ້ນ ໄດ້ແລກປ່ຽນຄວາມຮູ້ດ້ານພຶດຕິກຳຕົວຈິງກ່ຽວກັບຄວາມປອດໄພເຂດສະໜາມບິນໃຫ້ແກ່ເຈົ້າໜ້າທີ່ຝ່າຍລາວໂດຍອິ່ງໃສ່ປະສົບການຕົວຈິງຂອງທ່ານທີ່ໄດ້ຮຽນຮູ້ຈາກຫຼາຍໆສະໜາມບິນ ແລະ ໂຄງການທີ່ປຶກສາລະດັບສາກົນໃນປະເທດກຳປູເຈຍ ແລະ ອູການດ້າ. ພາຍຫຼັງການຝຶກອົບຮົບແລ້ວ ນັກສຳມະນາກອນທັງໝົດກໍໄດ້ຮັບໃບຢັ້ງຢືນ.

ທ່ານ ພິລຊອງ ຄິມ (Mr. Pilseong Kim) ຫວັງວ່າການເປັນຄູ່ຮ່ວມຂອງບໍລິສັດ ໂກເລຍ ແອພອດ ຄໍປໍເລເຊີ້ນ – ບໍລິສັດໂດວ້າ ເອັນຈິເນຍລິ້ງ ຈຳກັດ, ຊຶ່ງເປັນບໍລິສັດຊັ້ນນຳດ້ານການພັດທະນາ ແລະ ບໍລິການດ້ານສະໜາມບິນຂອງເກົາຫຼີ, ຈະໄຊ້ໂອກາດນີ້ເປັນບາດກ້າວເພື່ອສືບຕໍ່ການຮ່ວມມືໄລຍະຍາວກັບ ສປປ ລາວ. ທ່ານກ່າວວ່າ, “ໂຄງການນີ້ບໍ່ພຽງແຕ່ປະກອບສ່ວນເຂົ້າໃນການສ້າງຂີດຄວາມສາມາດເທົ່ານັ້ນ, ແຕ່ມັນຍັງສະໜັບສະນໜຸນດ້ານນະວັດຕະກຳຂອງລະບົບການຄຸ້ມຄອງ ແລະ ໂຄງລ່າງພື້ນຖານຂອງສະໜາມບິນໃນ ສປປ ລາວ, ດັ່ງນັ້ນຄູ່ຮ່ວມດັ່ງກ່າວຈະມີໂອກາດເຂົ້າຮ່ວມໃນບັນດາໂຄງການສະໜາມບິນຕ່າງໆໃນ ສປປ ລາວ ໃນໄລຍະຍາວ.”

ທ່ານ ວິໄຊ ບົວວັນ ສະແດງຄວາມຂອບໃຈຕໍ່ຝ່າຍເກົາຫຼີທີ່ໄດ້ໃຫ້ການຊ່ວຍເຫຼືອໂຄງການຝຶກອົບຮົມທີ່ມີມາດຕະຖານລະດັບສູງນີ້ໃຫ້ແກ່ເຈົ້າໜ້າທີ່ ແລະ ພະນັກງານການບິນຂອງ ສປປ ລາວ. ທ່ານ ກ່າວຕື່ມອີກວ່າ, “ທຸກໆຄົນຮັບຮູ້ເຖິງຄວາມສຳຄັນຂອງຄວາມປອດໄພ ແລະ ການຮັກສາຄວາມປອດໄພໃນຂະແໜງການບິນ ເຖິງແມ່ນວ່າບໍ່ຕ້ອງ ອະທິບາຍ. ການຝຶກອົບຮົມນີ້ຈະເປັນໂອກາດເພື່ອຊອກຫາສິ່ງທີ່ເປັນອັນຕະລາຍທີ່ອາດຊຸກຊອນຢູ່ໃນການປະຕິບັດງານປະຈະວັນ ແລະ ສິ່ງອຳນວຍຄວາມສະດວກຕ່າງໆຂອງພວກເຮົາ, ແລະ ຍົກລະດັບມາດຕະຖານຄວາມປອດໄພ ແລະ ການຮັກສາຄວາມປອດໄພໃນປະເທດເຮົາ.”

ທ່ານ ດົງ ວູນ ຈຸງ ກ່າວ່ວາ, “ຂ້ອຍຮູ້ສຶກດີໃຈທີ່ໄດ້ຈັດໂຄງການດັ່ງກ່າວ ຮ່ວມກັບ ບໍລິສັດ ໂກເລຍ ແອພອດ ຄໍປໍເລເຊີ້ນ ເພື່ອສະໜັບສະໜຸນການສ້າງຂີດຄວາມສາມາດໃຫ້ແກ່ໜ່ວຍງານການບິນຂອງ ສປປ ລາວ. ພວກເຮົາມີຄວາມຕ້ອງການສຶບຕໍ່ການຮ່ວມມືລະຫວ່າງ ສປປ ລາວ ແລະ ພວກເຮົາ ຊຶ່ງມີຄວາມສາມາດຂັ້ນສູງຈາກເກົາຫຼີ.”

ໃນວັນທີ 11 ພະຈິກ 2022, ຈະມີການຈັດສໍາມະນາເພື່ອສ້າງຂີດຄວາມສາມາດໃຫ້ແກ່ເຈົ້າໜ້າທີ່ສະໜາມບິນສາກົນຫລວງພະບາງ 20 ທ່ານ ທີ່ແຂວງຫລວງພະບາງ, ແລະ ບໍລິສັດ ໂກເລຍ ແອພອດ ຄໍປໍເລເຊີ້ນ ຈະບັນຍາຍເສີມໃນຫົວຂໍ້ການປະເມີນທາງເດີນສະໜາມບິນໃນວັນທີ 15 ພະຈິກ, 2022. ຜ່ານໂຄງການຜຶກອົບຮົມ ຮ່ວມຈັດໂດຍທັງສອງບໍລິສັດຂອງເກົາຫລີ ຫວັງວ່າເຈົ້່າໜ້າທີ່ການບິນຂອງລາວຈະເອົາໃຈໃສ່ຕື່ມຕໍ່ຄວາມສຳຄັນດ້ານຄວາມປອດໄພ ແລະ ການຮັກສາຄວາມປອດໄພການບິນ ແລະ ຄວາມອາດສາມາດຂອງພວກເຂົ້າຈະໄດ້ຮັບການປັບປຸງຂື້ນຕື້ມ.

ໂຄງການຂອງອົງການສົ່ງເສີມການຄ້າ ແລະ ການລົງທຶນຂອງເກົາຫຼີ ສາກົນມີຈຸດປະສົງເພື່ອສົ່ງເສີມໃຫ້ບັນດາບໍລິສັດຂອງເກົາຫຼີນຳໄຊ້ຄວາມສາມາດຂອງພວກເຂົາເຂົ້າໃນການປະກອບສ່ວນໃຫ້ແກ່ສັງຄົມຂອງບັນດາປະເທດຕ່າງໆ ແລະ ເພື່ອເພີ່ມການພົວພັນດ້ານຢຸດທະສາດກັບຄູ່ຮ່ວມທ້ອງຖິ່ນທີ່ມີທ່າແຮງ. ມາຮອດປະຈຸບັນນີ້, ໂຄງການນີ້ໄດ້ຈັດຕັ້ງປະຕິບັດໂຄງການທີ 6 ແລ້ວໃນ ສປປ ລາວ ໃນປີ 2022.