ຫ້ອງການຄະນະກຳມະການຮ່ວມມືລາວ-ຫວຽດນາມ

ຫ້ອງການຄະນະກຳມະການຮ່ວມມືລາວ-ຫວຽດນາມ

ຫ້ອງການຄະນະກໍາມະການຮ່ວມມືລາວ-ຫວຽດນາມມີຊື່ຫຍໍ້ພາສາລາວວ່າ:”ຫຄຮລ-ຫວ” ຂຽນເປັນພາສາອັງກິດວ່າ LAO-Vietnam Cooperation Committee Office ໂດຍມີຊື່ຫຍໍ້”L-VCCO”ແມ່ນໂຄງປະກອບໜື່ງໃນກົງຈັກ ຂອງກະຊວງແຜນການ ແລະ ການລົງທຶນມີຖານະທຽບເທົ່າກົມ ພາຍໃຕ້ການຊີ້ນໍາໂດຍກົງຂອງລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ ທີ່ເປັນປະທານຄະນະກໍາມະການຮ່ວມມືລາວ-ຫວຽດນາມ, ມີຮອງປະທານຄະນະກໍາມະການຮ່ວມມືລາວ-ຫວຽດນາມເປັນຜູ້ປະຈຳການ ເຊິ່ງມີຖານະທຽບເທົ່າຮອງລັດຖະມົນຕີ. ຫ້ອງການຄະນະກໍາມະການຮ່ວມມືລາວ-ຫວຽດນາມ ມີພາລະບົດບາດເປັນເສນາທິການໃຫ້ແກ່ສູນກາງພັກ, ລັດຖະບານ ແລະ ກະຊວງແຜນການ ແລະ ການລົງທຶນ ກໍ່ຄືຄະນະກຳມະການຮ່ວມມືລາວ-ຫວຽດນາມ ໃນການຄຸ້ມຄອງ ລວມສູນທຸກໆບັນຫາທີ່ມີການພົວພັນກັບ ສສ ຫວຽດນາມ; ຄົ້ນຄ້ວາ ກ່ຽວກັບກົນໄກນະໂຍບາຍ, ຍຸດທະສາດ ແລະ ການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະວັດຖະບານ ແຫ່ງ ສສ ຫວຽດນາມ  ຢ່າງມີຈຸດສຸມ ແລະມີປະສິດທິຜົນ ໂດຍສອດຄອງກັບແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນແຕ່ລະໄລຍະ;

ໂຄງຮ່າງການຈັດຕັ້ງ

ໂຄງຮ່າງການຈັດຕັ້ງຂອງ ຫ້ອງການຄະນະກໍາມະການຮ່ວມມືລາວ-ຫວຽດນາມ ປະກອບມີ 4 ພະແນກຄື:

  • ພະແນກ ຄົ້ນຄວ້າສັງລວມ;
  • ພະແນກ ຮ່ວມມືດ້ານເສດຖະກິດ ແລະການລົງທຶນ;
  • ພະແນກ ຮ່ວມມືດ້ານການສຶກສາ ແລະວັດທະນາທຳ-ສັງຄົມ;
  • ພະແນກ ຮ່ວມມືດ້ານການເມຶອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ;

ຂໍ້ມູນຕິດຕໍ່

ເບີໂທ: 021 222551

ເບີແຟັກ: 021 254913