ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ

ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເສດຖະກິດພິເສດ

 

ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ຂຽນເປັນຕົວອັກສອນຫຍໍ້ວ່າ “ຫຂສພ” ຫຼືຂຽນເປັນພາສາອັງກິດວ່າ: “ Special Economic Zone Promotion and Management Office” ຂຽນຫຍໍ້“SEZO” ແມ່ນໜຶ່ງໃນໂຄງປະກອນກົງຈັກການຈັດຕັ້ງຂອງກະຊວງ ແຜນການ ແລະ ການລົງທຶນ ທີ່ມີຖານະເທົ່າທຽມກົມ, ມີພາລະບົດບາດເປັນເສນາທິການໃຫ້ກະຊວງ ແຜນການ ແລະ ການລົງທຶນ, ພົວພັນກັບທຸກພາກສ່ວນທັງພາຍ ແລະ ຕ່າງປະເທດກ່ຽວກັບວຽກງານສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ແລະ ເຂດພັດທະນາອື່ນທີ່ໄດ້ຮັບນະໂຍບາຍຂອງເຂດເສດຖະກິດພິເສດ

ໂຄງຮ່າງການຈັດຕັ້ງ

ໂຄງຮ່າງການຈັດຕັ້ງຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ກະຊວງແຜນການ ແລະ ການລົງທຶນ

  1. ພະແນກ ຄົ້ນຄວ້າສັງລວມ
  2. ພະແນກ ສົ່ງເສີມການລົງທຶນ
  3. ພະແນກ ແຜນການ
  4. ພະແນກ ຄົ້ນຄວ້າ ແລະ ຄຸ້ມຄອງສັນຍາ
  5. ພະແນກ ສິ່ງແວດລ້ອມ
  6. ພະແນກ ແຮງງານ
  7. ພະແນກຕິດຕາມ ແລະ ປະເມີນຜົນ

ຂໍ້ມູນຕິດຕໍ່

ເບີໂທ: 021 419334

ເບີແຟັກ: 021 419337

http://www.laosez.gov.la/