ຫ້ອງອາຫານກະຊວງແຜນການ ແລະ ການລົງທຶນ ໄດ້ເປີດໃຫ້ບໍລິການແລ້ວ

Feb 4, 2022 | ການເຄື່ອນໄຫວ

ໃນວັນທີ 2 ກຸມພາ 2022 ຫ້ອງອາຫານກະຊວງແຜນການ ແລະ ການລົງທຶນ  ໄດ້ເປີດໃຫ້ບໍລິການ ອາຫານ ແລະ ກາເຟ ຢ່າງເປັນທາງການແລ້ວ ເພຶ່ອອຳນວຍຄວາມສະດວກໃຫ້ແກ່ພະນັກງານ ພາຍໃນກະຊວງແຜນການ ແລະ ການລົງທຶນ ລວມທັງແຂກພາຍນອກທັງພາກລັດ ແລະ ເອກະຊົນ, ຄູ່ຮ່ວມພັດທະນາ ທີ່ພົວພັນປະສານງານ,ໃນໄລຍະລໍຖ້າເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມສຳມະນາ.

ຫ້ອງອາຫານກະຊວງແຜນການ ແລະ ການລົງທຶນຈະໃຫ້ ບໍລິການເບຶ້ອງຕົ້ນແມ່ນ ມີອາຫານ, ກາເຟ, ອາຫາຫວ່າງ ແລະ ຍັງສາມາດໃຫ້ບໍລິການອາຫານຫວ່າງສຳລັບກອງປະຊຸມ ແລະ ເຄຶ່ອງດື່ມສຳລັບງານລ້ຽງແບບຄັອກເທວ ແລະ ນອກນັ້ນ ທາງພະນັກງານ ພາຍໃນກະຊວງແຜນການ ແລະ ການລົງທຶນຍັງສາມາດນຳອາຫານທີ່ຕົນເອງເຮັດມາຈາກບ້ານສາມາດນຳເຂົ້າມາໃຊ້ພື້ນທີໃນຫ້ອງອາຫານໄດ້ອີກ.