ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຢ້ຽມຢາມ ໂຮງສີເຂົ້າສາຍບົວ ຢູ່ບ້ານໜອງຫ່າງ ເມືອງທ່າແຂກ ແຂວງຄຳມ່ວນ

Dec 16, 2020 | ການເຄື່ອນໄຫວ

ໃນວັນທີ 13 ທັນວາ 2020, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ລົງຢ້ຽມຢາມ ໂຮງສີເຂົ້າສາຍບົວ ຢູ່ບ້ານໜອງຫ່າງ ເມືອງທ່າແຂກ ແຂວງຄຳມ່ວນ ທີ່ດຳເນີນທຸລະກິດເກັບຊື້ເຂົ້າເປືອກຈາກຊາວກະສິກອນ ແລ້ວນຳໄປສີ ເພື່ອສົ່ງຈຳໜ່າຍຕະຫຼາດພາຍໃນ ແລະ ສົ່ງອອກບັນດາປະເທດໃກ້ຄຽງ, ເຊິ່ງໂຮງສີດັ່ງກ່າວ ມີກຳລັງການຜະລິດ 80 ໂຕນຕໍ່ມື້.ຂະນະດຽວກັນ, ຜູ້ປະກອບການຍັງໄດ້ສ້າງຕັ້ງກຸ່ມຊາວນາ ເພື່ອປູກເຂົ້າສະໜອງໃຫ້ແກ່ໂຮງສີ ແລະ ສະໜອງແນວພັນເຂົ້າ ພ້ອມເຕັກນິກວິຊາການ ໃຫ້ແກ່ຊາວກະສິກອນທີ່ເປັນສະມະຊິກຂອງກຸ່ມ ທັ້ງນີ້ກໍເພື່ອຮັບປະກັນດ້ານປະລິມານ ແລະ ຄຸນນະພາບຂອງຜົນຜະລິດ.ຜູ້ປະກອບການ ໄດ້ວາງເປົ້າໝາຍ ແລະ ແຜນການໃນຕໍ່ໜ້າ ເພື່ອເປັນຈຸດໃຈກາງເຊື່ອມຕໍ່ການຜະລິດເຂົ້າທີ່ດີ ພາຍໃນແຂວງ, ພ້ອມທັງເຮັດມາດຕະຖານ GMP ແລະ ໃຫ້ໄດ້ຮັບການຢັ້ງຢືນໃນເດືອນ ມີຖຸນາ ປີ 2021, ພ້ອມກັນນັ້ນ, ຈະໄດ້ສືບຕໍ່ປັບປຸງໂຄງລ່າງພື້ນຖານໄປສູ່ມາດຕະຖານທີ່ດີ ເຊັ່ນ: ສາງເກັບເຂົ້າເປືອກ, ເຕົາອົບເຂົ້າເປືອກ, ລານຕາກ ເພື່ອໃຫ້ເໝາະສົມກັບຕະຫຼາດວັດຖະດິບ ແລະ ຕະຫຼາດຈຳໜ່າຍທັງພາຍໃນ ແລະ ສາມາດສົ່ງອອກ.