ຮອງນາຍົກລັດຖະມົນຕີ ລົງຊຸກຍູ້ໂຄງການກໍ່ສ້າງ ໂຮງໝໍມະໂຫສົດ ຂະໜາດ 600 ຕຽງ

Apr 5, 2021 | ການເຄື່ອນໄຫວ

ໃນວັນທີ 17 ມີນາ 2021 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ຕິດຕາມຄວາມຄືບໜ້າ ໂຄງການກໍ່ສ້າງໂຮງໝໍມະໂຫສົດ (ຫລັງໃໝ່) ຂະໜາດ 600 ຕຽງ, ເຊິ່ງຄາດວ່າຈະໃຫ້ສຳເລັດທັງໝົດໃນເດືອນພຶດສະພາ 2022 ແລະ ເປີດນຳໃຊ້ຢ່າງເປັນທາງການ.

ອີງຕາມການລາຍງານຈາກຂະແໜງການທີ່ກ່ຽວຂ້ອງ, ພາຍຫລັງກໍ່ສ້າງສຳເລັດແລ້ວ ໂຮງໝໍມະໂຫສົດແຫ່ງນີ້ ຈະກາຍເປັນໂຮງໝໍທີ່ໃຫຍ່ ແລະ ມີອຸປະກອນການແພດທີ່ທັນສະໄໝທີ່ສຸດໃນ ສປປ ລາວ, ເຊິ່ງມີມູນຄ່າການລົງທຶນກໍ່ສ້າງຫລາຍກວ່າ 590 ລ້ານຢ້ວນ, ໂດຍໄດ້ຮັບການຊ່ວຍເຫລືອລ້າຈາກລັດຖະບານ ສປ ຈີນ. ການກໍ່ສ້າງໂຄງການດັ່ງກ່າວ ໄດ້ແບ່ງອອກເປັນ 2 ໄລຍະ ໂດຍໄດ້ເລີ່ມລົງມືກໍ່ສ້າງຢ່າງເປັນທາງການໃນທ້າຍປີ 2018,

ເຊິ່ງມາຮອດປັດຈຸບັນ ການກໍ່ສ້າງໄລຍະທີ 1 ສຳເລັດແລ້ວປະມານ 80% ແລະ ຄາດວ່າຈະໃຫ້ສຳເລັດໃນເດືອນພຶດສະພາ 2021 ນີ້, ສ່ວນໄລຍະທີ 2 ຄາດວ່າຈະເລີ່ມລົງມືກໍ່ສ້າງໃນເດືອນກໍລະກົດ 2021 ແລະ ໃຫ້ສຳເລັດທັງໝົດໃນເດືອນພຶດສະພາ 2022.

ຕາມແຜນການກໍ່ສ້າງແລ້ວ, ໄລຍະທີ່ 1 ແມ່ນຈະໃຫ້ສໍາເລັດໃນເດືອນກໍລະກົດ ປີ 2020 ແຕ່ຍ້ອນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ຈຶ່ງເຮັດໃຫ້ວຽກງານການກໍ່ສ້າງມີຄວາມຫລ້າຊ້າ, ທັງນີ້ກໍຍ້ອນວ່າ ວິຊາການ, ຊ່ຽວ ຊານ, ວັດຖຸດິບ ແລະ ວັດສະດຸກໍ່ສ້າງ ບໍ່ສາມາດນຳເຂົ້າມາໄດ້ຕາມຄວາມຕ້ອງການ ແລະ ຕາມເວລາທີ່ກຳນົດໄວ້.