ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບທ່ານ ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ

Sep 6, 2022 | ການເຄື່ອນໄຫວ, ຂ່າວເດັ່ນ

ໃນວັນທີ 2 ກັນຍາ 2022,  ທີ່ກະຊວງແຜນການ ແລະ ການລົງທຶນ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ Mr. Paul Kelly, ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈໍາ ສປປ ລາວ. ຈຸດປະສົງເພື່ອເຂົ້າມາປຶກສາຫາລືກ່ຽວກັບບັນຫາເສດຖະກິດມະຫາພາກ ຊຶ່ງວຽກງານດັ່ງກ່າວແມ່ນໄດ້ຕິດພັນກັບ ຂະແໜງເສດຖະກິດມະຫາ, ບັນດາສະພາບການນອກຈາກນີ້ຍັງໄດ້ປຶກສາຫາລືບັນດາໂຄງການຕ່າງໆທີ່ໄດ້ຮັບການຊ່ວຍ ເຫຼືອລ້າຈາກລັດຖະບານ ອົດສະຕຣາລີ ໃນຊຸມປີຜ່ານມາ, ຊຶງຂົງເຂດການຊ່ວຍເຫຼືອຂອງລັດຖະບານ ອົດສະຕຣາລີ ແມ່ນໄດ້ເນັ້ນໃສ່ຂົງການການສຶກສາ, ພັດທະນາຫຼັກສູດການຮຽນໃນຊັ້ນປະຖົມ, ພັດທະນາຊັບພະຍາກອນມະນຸດ (ທຶນປະລິນຍາໂທ ແລະ ເອກ), ການພັດທະນາສິ່ງອໍານວຍຄວາມສະດວກດ້ານການຄ້າ, ຊຶ່ງໃນປີນີ້ ລັດຖະບານ ອົດສະຕຣາລີ ແມ່ນຫັ້ນໄປໃຫ້ການຊ່ວຍເຫຼືອໃນຂົງເຂດພື້ນຖານໂຄງລ່າງ  ພ້ອມກັນນັ້ນ, ຍັງໄດ້ສົນທະນາຂົງເຂດການຊ່ວຍເຫຼືອໃນອານາຄົດ.