ຮອງລັດຖະມົນຕີ ກະຊວງ ຜທ ພ້ອມດ້ວຍຄະນະລົງຕິດຕາມໂຄງການພາກສະໜາມທີ່ແຂວງອຸດົມໄຊ

Mar 20, 2023 | ການເຄື່ອນໄຫວ, ຂ່າວເດັ່ນ

ໃນວັນທີ 15 ມີນາ 2023, ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບອົງການອາຫານໂລກ ລົງຕິດຕາມໂຄງການພາກສະໜາມ ທີ່ແຂວງອຸດົມໄຊ, ການ​ຢ້ຽມ​ຢາມ​ໃນ​ຄັ້ງ​ນີ້ນຳພາໂດຍ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ ແລະ ທ່ານ ນາງ ຈັກກະລີນ ເດີກຣູດ ຮອງຜູ້ຕາງຫນ້າອົງການອາຫານໂລກ, ທ່ານ​ ນາງ​ ສີ​ສົມ​ບູນ​ ອຸ​ນາ​ວົງ ຫົວ​ໜ້າ​ກົມ​ຮ່ວມ​ມື​ສາ​ກົນ ມີບັນດາທ່ານຜູ້ຕາງ​ໜ້າ ຈາກກະ​ຊວງ​ການ​ຕ່າງ​ປະ​ເທດ, ກະ​ຊວງສຶກ​ສາ​ທິ​ການ ແລະ​ກິ​ລາ, ກະ​ຊວງ​ແຮງ​ງານ ແລະ​ສະ​ຫວັດ​ດີ​ການ​ສັງ​ຄົມ, ກະ​ຊວງ​ກະ​ສິ​ກຳ ​ແລະປ່າ​ໄມ້, ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ​ສີ່ງ​ແວດ​ລ້ອມ, ທ່ານ ນາງ ພອນວັນ ອຸທະວົງ ໄດ້ນໍາພາຄະນະຂັ້ນສູນກາງ ຮ່ວມກັບ ພະແນກແຜນການ ແລະການລົງທືນ ແຂວງອຸດົມໄຊ ແລະພາກສ່ວນທີ່ກ່ຽວຂ້ອງ ໄດ້ເດີນທາງໄປຢ້ຽມຍາມກິດຈະກໍາໂຄງການກະສິກໍາເພື່ອໂພຊະນາການ ທີ່ໄດ້ຮັບທືນ ຊ່ວຍເຫືອຈາກອົງການອາຫານໂລກ ແລະແຜນງານນື່ງດ່ຽວທີໄດ້ຮັບທືນຊ່ວຍເຫຼືອຈາກທະນາຄານໂລກພ້ອມພົບກັບອໍານາດການປົກຄອງຂັ້ນເມືອງ, ບ້ານ ແລະກຸ່ມເປົ້າຫມາຍຜູ້ໄດ້ຮັບຜົນປະໂຫຍດຈາກໂຄງການ, ເບີ່ງການຈັດຕັ້ງປະຕິບັດກິດຈະກໍາຢູ່ສູນຮຽນຮູ້ໂພຊະນາການ ທີ່ບ້ານຫາດນິກ, ເມືອງຫລາ ແຂວງອຸດົມໄຊ.

ໃນວັນທີ 16 ມີນາ 2023, ຄະນະດັ່ງກ່າວຮ່ວມກັບ ພະແນກແຜນການ ແລະການລົງທືນ ແຂວງອຸດົມໄຊ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ເດີ່ນທາງໄປຢ້ຽມຢາມກິດຈະກໍາການຈັດຕັ້ງປະຕິບົດໂຄງການອາຫານທ່ຽງທີ່ໂຮງຮຽນເພຍ ຫົວນໍ້າ, ພົບປະກັບອໍານາດການປົກຄອງຂັ້ນເມືອງ,ບ້ານ, ຄູອາຈານ ຜູ້ຮັບຜິດຊອບໂຄງການ ເພື່ອສົນທະນາແລກປ່ຽນການຈັດຕັ້ງພາຍຫລັງຈາກ ການມອບ-ຮັບໂຄງການ ໃນປີ 2019, ເບີ່ງກິດຈະກໍາ ການປູກ ແລະລ້ຽງສັດນ້ອຍຢູ່ໃນໂຮງຮຽນ, ການປຸງແຕ່ງອາຫານທ່ຽງໃຫ້ນັກຮຽນ, ສົນທະນາກັບແມ່ຄົວ ແລະແຈກຢາຍອາຫານໃຫ້ນັກຮຽນ ທີ່ບ້ານເພຍຫົວນໍ້າ, ເມືອງແບງ, ແຂວງອຸດົມໄຊ. ເຂົ້າຢ້ຽມຂໍານັບ ແລະສະເຫນີລາຍງານຈຸດປະສົງ ໃຫ້ ທ່ານ ບຸນຄົງ ຫລ້າຈຽມພອນ ກໍາມະການສໍາຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ແຂວງອຸດົມໄຊ, ຊາບກ່ຽວກັບການລົງໄປຢ້ຽມຍາມ ແລະຕິດຕາມວຽກງານການຈັດຕັ້ງປະຕິບັດໂຄງການທີ່ໄດ້ຮັບການນ ສະຫນັບສະຫນູນຈາກອົງການອາຫານໂລກ, ໃນນັ້ນໄດ້ມີການແລກປ່ຽນ, ປືກສາຫາລື ແລະ ຂໍທິດຊີ້ນໍາຈາກທ່ານເຈົ້າ ແຂວງ ໃນການສຶບຕໍ່ຈັດຕັ້ງປະຕິບັດກິດຈະກໍາໂຄງການໃນ ປີ 2023.

ໃນວັນທີ 17 ມີນາ 2023 ກໍໄດ້ຈັດກອງປະຊຸມທົບທວນການຈັດຕັ້ງປະຕິບັດ ແຜນຍຸດທະສາດການຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງການອາຫານໂລກ ປະຈໍາປີ 2022 ແລະ ສ້າງແຜນບູລິມະສິດ ປະຈໍາປີ 2023 ທີ່ຫ້ອງປະຊຸມໃຫຍ່ ພະແນກແຜນການ ແລະການລົງທືນ ແຂວງອຸດົມໄຊ ໂດຍປະກອບມີ ຜູ້ແທນຈາກແຂວງອຸດົມໄຊ, ແຂວງຫຼວງນ້ໍາທາ ແລະ ແຂວງຫຼວງ ພະບາງ, ເພື່ອຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດໂຕຈີງໃນຂັ້ນທ້ອງຖີ່ນ ຜ່ານມາເຊັ່ນ: ຂໍສະດວກ, ຂໍຫຍຸ້ງຍາກ, ສີ່ງທ້າທາຍ, ຂໍສະເຫນີ ຕໍ່ຄູ່ຮ່ວມງານ ກໍ່ຄືອົງການອາຫານໂລກ. ກອງປະຊຸມຄັ້ງນີ້ມີຜູ້ແທນ ເຂົ້າຮ່ວມຫາຍກວ່າ 120 ທ່ານ, ໃນນັ້ນ ມີບັນດາທ່ານຜູ້ຕາງຫນ້າພະແນກການອ້ອມຂ້າງ 3 ແຂວງ ແລະ ບັນດາທ່ານຮອງເຈົ້າເມືອງ ພ້ອມດ້ວຍຜູ້ຕາງຫນ້າບັນດາຫ້ອງການອ້ອມຂ້າງເມືອງເປົ້າຫມາຍ, ຜູ້ຈັດຕັ້ງປະຕິບັດໂຄງການທີ່ໄດ້ຮັບການຊ່ວຍເຫືອຈາກອົງການອາຫານໂລກ ເຂົ້າຮ່ວມໃນກອງປະຊຸມຢ່າງພ້ອມຫນ້າ