ເປິດກອງປະຊຸມສະຫຼຸບວຽກງານ ແຜນການ ແລະ ການລົງທຶນ ທົ່ວປະເທດ ປະຈຳປີ 2020 ແລະ ວາງທິດທາງແຜນການປີ 2021

Feb 5, 2021 | ການເຄື່ອນໄຫວ

ກອງປະຊຸມສະຫຼຸບວຽກງານ ແຜນການ ແລະ ການລົງທຶນ ທົ່ວປະເທດ ປະຈຳປີ 2020 ແລະ ທິດທາງປີ 2021 ໄດ້ໄຂຂຶ້ນໃນວັນທີ 4 ກຸມພາ 2021, ທີ່ ສະໂມສອນ ກະຊວງແຜນການ ແລະ ການລົງທຶນ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະການລົງທຶນ, ມີບັນດາບັນດາທ່ານ ຄະນະນໍາກະຊວງ, ລັດຖະມົນຕີ, ຮອງລັດຖະມົນຕີ, ຮອງປະທານອົງການທຽບເທົ່າ, ເຈົ້າແຂວງ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຫົວໜ້າພະແນກ ແຜນການ ແລະ ການລົງທຶນ ທົ່ວປະເທດ ພ້ອມດວ້ຍ ພະນັກງານຫຼັກແຫຼ່ງຂອງ ຂະແໜງ ແຜນການ ແລະ ການລົງທຶນ ເຂົ້າຮ່ວມທັງໝົດ 370 ທ່ານ.

ຈຸດປະສົງຂອງກອງປະຊຸມແມ່ນເພື່ອ ສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ຄັ້ງທີ VIII (2016-2020), ທິດທາງແຜນການ 5 ປີ ຄັ້ງທີ IX (2021-2025) ແລະ ກຳນົດວຽກງານຈຸດສຸມໃນປີ 2021. ກອງປະຊຸມໄດ້ຕີລາຄາວ່າ ການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ໃນໄລຍະຜ່ານມາໄດ້ປະເຊີນກັບສະພາບການທີ່ບໍ່ເອື້ອອໍານວຍເທົ່າທີ່ຄວນ ເນື່ອງມາຈາກ ສະພາບຂອງສາກົນມີການປ່ຽນແປງໄປຢ່າງສັບສົນ ແລະ ຄາດຄະເນໄດ້ຍາກ ປະກອບກັບສະພາບພາຍໃນປະເທດທີ່ຍັງມີຄວາມຫຍຸ້ງຍາກຫຼາຍປະການ ເປັນຕົ້ນ ບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ໄພພິບັດທຳມະຊາດ ແລະ ການລະບາດຂອງພະຍາດໂຄວິດ-19 ເຊິ່ງໄດ້ກາຍເປັນບັນຫາໃຫຍ່ຂອງໂລກທີ່ກະທົບເສດຖະກິດ ແລະ ຊີວິດຂອງປະຊາຊົນ ຂອງເກືອບທຸກປະເທດໃນໂລກ ລວມທັງ ສປປ ລາວ.

ເຖິງຢ່າງໃດກໍ່ຕາມ, ພາຍໃຕ້ການຊີ້ນໍາ-ນໍາພາຢ່າງໃກ້ຊິດຂອງພັກ ແລະ ລັດຖະບານ, ລວມທັງການຕັດສິນໃຈສູງ ຂອງບັນດາຂະແໜງການທັງໃນຂັ້ນສູນກາງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ເຮັດໃຫ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມໃນ ປີ 2020 ໄດ້ມີຄວາມຄືບໜ້າດີພໍສົມຄວນ ໂດຍສະເພາະ ປະເທດສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບໂດຍພື້ນຖານ ສ້າງເງື່ອນໄຂອັນດີໃຫ້ແກ່ການພັດທະນາປະເທດຊາດ. ເສດຖະກິດແຫ່ງຊາດຍັງມີການເຕີບໂຕ ເຖິງແມ່ນວ່າຈະບໍ່ສູງຄືປີຜ່ານມາ ແລະ ຕໍ່າກວ່າທີ່ໄດ້ວາງແຜນໄວ້. ລັດຖະບານໄດ້ມີຄວາມພະຍາຍາມສູງໃນການນຳໃຊ້ງົບປະມານລົງທຶນຂອງລັດທີ່ມີຈຳກັດນັ້ນ ໃຫ້ເກີດຜົນປະໂຫຍດສູງສຸດ. ການລົງທຶນຂອງເອກະຊົນ ພາຍໃນ ແລະ ຕ່າງປະເທດ ແລະ ການຊ່ວຍເຫຼືອທາງການເພື່ອການພັດທະນາ ສືບຕໍ່ປະກອບສ່ວນເປັນແຫຼ່ງທຶນທີ່ສຳຄັນໃຫ້ແກ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ. ນອກຈາກນັ້ນ, ການພັດທະນາບັນດາໂຄງການຂະໜາດໃຫຍ່ໄດ້ມີຄວາມຄືບໜ້າດີ ເປັນຕົ້ນ ໂຄງການກໍ່ສ້າງທາງ ດ່ວນ ໄລຍະ ນະຄອນຫຼວງວຽງຈັນ-ວັງວຽງ ໄດ້ສຳເລັດ ແລະ ເປີດນຳໃຊ້ຢ່າງເປັນທາງການ, ໂຄງການທາງລົດໄຟລາວ-ຈີນມີຄວາມຄືບໜ້າດີ,  ໂຄງການ Smart City ຢູ່ແຂວງຫຼວງນໍ້າທາ ແລະ ອຸດົມໄຊກໍ່ຢູ່ໃນຂັ້ນຕອນການເຈລະຈາສັນຍາສຸດທ້າຍ ເພື່ອກ້າວເຂົ້າສູ່ຂັ້ນຕອນສຳປະທານການພັດທະນາໂຄງການ. ການພັດທະນາດ້ານວັດທະນະທໍາ-ສັງຄົມ ກໍມີຄວາມຄືບໜ້າເປັນກ້າວໆ. ສຳຄັນ ແມ່ນລັດຖະບານໄດ້ໃຫ້ຄວາມເອົາໃຈໃສ່ໃນການອອກຫຼາຍມາດຕະການ ແລະ ນະໂຍບາຍເພື່ອຫຼຸດຜ່ອນຜົນກະທົບຂອງການລະບາດພະຍາດ ໂຄວິດ-19 ຕໍ່ກັບ ປະຊາຊົນ, ແຮງງານ ແລະ ພາກທຸລະກິດ ແລະ ອີກຜົນສໍາເລັດອັນພົ້ນເດັ່ນອັນໜຶ່ງໃນປີ 2020 ແມ່ນໄດ້ສຸ່ມໃສ່ ສ້າງ ແລະ ປັບປຸງນິຕິກຳ ແລະ ຜັນຂະຫຍາຍນິຕິກຳໃຕ້ກົດໝາຍຂອງຕົນ ເພຶ່ອເປັນບ່ອນອິງທີ່ສຳຄັນໜັກແໜ້ນໃນການຈັດຕັ້ງປະຕິບັດວຽກງານ ແລະ ຫັນເຂົ້າສູ່ກົດໝາຍ ໃຫ້ຫຼາຍຂຶ້ນກວ່າເກົ່າ.

ກອງປະຊຸມຮຽກຮ້ອງໃຫ້ ບັນດາຂະແໜງການ ທັງຂັ້ນສຸງກາງ ແລະ ທ້ອງຖິ່ນ ສຸມທຸກເຮື່ອແຮງສະຕິປັນຍາ ເພື່ອສູ້ຊົນຈັດຕັ້ງປະຕິບັດບັນດາຄາດໝາຍອື່ນໆທີ່ໄດ້ກໍານົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈໍາປີ 2021, ມະຕິສະພາແຫ່ງຊາດ ສະບັບເລກທີ 12/ສພຊ, ລົງວັນທີ 4 ພະຈິກ 2020 ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ປະຈໍາປີ 2020  ແລະ ທິດທາງແຜນການ ປະຈໍາປີ 2021, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປິ ຄັ້ງທີ IX ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ.