ໃນວັນທີ 14 ກັນຍາ 2022, ທີ່, ກະຊວງແຜນການ ແລະ ການລົງທຶນ ຮ່ວມມກັບ ອົງການສະຫະປະຊາຊາດ ໄດ້ຈັດກອງປະຊຸມກ່ຽວກັບຂອບວຽກຟື້ນຟູເສດຖະກິດໄລຍະ ສັ້ນ-ກາງໂດຍການເປັນປະທານຮ່ວມຂອງທ່ານ ປອ. ສະຖາບັນດິດ ອິນສີຊຽງໃຫມ່, ຮອງລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ, ແລະ ທ່ານ ນາງ ຊາລາ ເຊັກ ເກງເນັກ, ຫົວໜ້າຫ້ອງການຜູ້ປະສານງານອົງການສະຫະປະຊາຊາດພ້ອມນີ້ກໍ່ຍັງມີບັນດາທ່ານຜູ້ຕາງໜ້າຈາກກະຊວງ ແຜນການ ແລະ ການລົງທຶນ, ບັນດາທ່ານຫົວໜ້າ ກົມ, ຮອງຫົວໜ້າກົມຈາກຂະແໜງການທີ່ກ່ຽວຂ້ອງ,ບັນດາທ່ານຄູ່ຮ່ວມພັດທະນາ, ສະຖາບັນການເງິນ, ອົງການທີ່ບໍ່ຂື້ນກັບລັດຖະບານ ແລະ ຕາງໜ້າຈາກສະ ຖານທູດ ກໍ່ໄດ້ເຂົ້າຮ່ວມ.

ຈຸດປະສົງໂດຍລວມຂອງໂຄງການແມ່ນ ປຶກສາຫາລືໃນຂອບວຽກຟື້ນຟູເສດຖະກິດ ທີ່ທົ່ວໂລກ, ພາກພື້ນ ແລະ ສປປລາວເອງກໍາລັງປະເຊີນກັບຂໍ້ຂັດແຍ່ງທາງການຄ້າ, ການລົງທຶນ, ຄວາມບໍ່ໂລ່ງລ່ຽນໃນການສະໜອງ-ເຄື່ອນຍ້າຍວັດຖຸດິບເຂົ້າສູ່ການຜະລິດ ແລະ ການດໍາລົງຊີວິດ ເປັນຕົ້ນ ບັນຫາທາງດ້ານພະລັງງານ, ທາງດ້ານອາຫານ, ປັດໄຈການຜະລິດ ແລະ ບັນຫາທາງການເງິນ ພ້ອມນັ້ນ ຍັງມີປະກົດການການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ເຖິງວ່າຈະບໍ່ຮຸນແຮງຄືຜ່ານມາ ແຕ່ກໍ່ເປັນສິ່ງທີ່ຍັງ   ສ້າງຄວາມຫຍຸ້ງຍາກໃນການດໍາລົງຊີວິດ ແລະ ການດໍາເນີນທຸລະກິດໃນປະເທດຕ່າງໆ.

ເຊິ່ງໃນກອງປະຊຸມໂຕະມົນຄັ້ງທີ 13 ປີ 2021 ຜ່ານມາ ໂດຍໄດ້ຮັບການສະໜັບສະ  ໜູນທາງດ້ານວິຊາການໃນການປະກອບຄໍາເຫັນຈາກບັນດາທ່ານ, ກອງເລຂາທັງກະ  ຊວງ ແຜນການ ແລະການລົງທຶນ ແລະ ຄູ່ຮ່ວມພັດທະນາ ແລະ ບັນດາທ່ານຈາກທຸກພາກສ່ວນ ໄດ້ມີຮ່າງຂອບວຽກຟື້ນຟູເສດຖະກິດຫຼັງການລະບາດຂອງພະຍາດໂຄວິດ-19 ເຊິ່ງໄດ້ພັດ ທະນາມາຈາກບັນດາບູລິມະສິດຕ່າງໆໃນແຜນການ 5 ປີ ຄັ້ງທີ 9 ແລະ ບັນດາເອກະສານສໍາຄັນຕ່າງໆເພື່ອສາ ມາດຟື້ນຟູເສດຖະ ກິດໃຫ້ດີຂື້ນໂດຍໄດ້ ກໍານົດ ອອກມາ 5 ໜ້າວຽກຫຼັກ ຄື: (1) ຂອບວຽກດ້ານການເງິນມະຫາພາກ, (2) ດ້ານການຄ້າ ແລະ ພາກເອກະຊົນ, ການສ້າງມູນຄ່າເພີ່ມ ແລະ ການທ່ອງທ່ຽວ, (3) ການຄຸ້ມ ຄອງ ແລະ ສ້າງນະໂຍບາຍສົ່ເສີມການສ້າງອາຊີບທີ່ໝັ້່ນຄົງ, (4) ການພັດທະນາຊັບສິນມະນຸດ ແລະ (5) ການເຕີບໂຕສີຂຽວ, ການປ່ຽນແປງດິນຟ້າອາກາດ ແລະ ການຄຸ້ມ ຄອງຄວາມສ່ຽງ, ແຕ່ເຖິງຢ່າງໃດກໍຕາມມາຮອດປະຈຸບັນ ເຫັນໄດ້ວ່າຜົນກະທົບຕໍ່ເສດຖະກິດໂດຍລວມ ກໍຄືການຈັດຕັ້ງປະຕິບັດແຜນການ 5 ປີ ຄັ້ງທີ 9 ບໍ່ພຽງແຕ່ມາ ຈາກຜົນກະທົບຈາກໂຄວິດ-19 ເທົ່ານັ້ນ ແຕ່ຍັງມີຫລາຍເຫດການທີ່ບໍ່ຄາດຄະເນມາກ່ອນ ເກີດຂື້ນ ເຊິ່ງກຳລັງສົ່ງຜົນໃຫ້ເສດຖະກິດຂອງບັນດາປະເທດພັດທະນາແລ້ວ, ກໍາລັງພັດທະນາ ແລະ ທີ່ສໍາຄັນປະເທດດ້ອຍພັດທະນາຄື ສປປລາວໄດ້ຮັບຜົນກະທົບຢ່າງຮຸນແຮງ. ດັ່ງນັ້ນ, ຈື່ງໄດ້ປ່ຽນຈາກການເບິ່ງແຕ່ຜົນກະທົບຈາກໂຄວິດ-19 ມາ ເປັນການເບິ່ງຜົນກະທົບໂດຍລວມ, ສະນັ້ນ ໃນທ່າມກາງສະພາບ ທີ່ມີຄວາມສັບສົນ ແລະ ຫຍຸ້ງຍາກແນວນີ້, ກອງປະຊຸມນີ້ ຈະມີບົດບາດສຳຄັນຍິ່ງ ໃນການຊ່ວຍເຫຼືອ ສປປ ລາວ ໃຫ້ຫຼຸດພົ້ນອອກຈາກວິກິດການດັ່ງກ່າວ ເພາະ ຈະເປັນການສ້າງໂອກາດ ໃຫ້ປະເທດຄູ່ຮ່ວມພັດທະນາຂອງລາວ ເຂົ້າໃຈເຖິງສະພາບຄວາມເປັນຈິງ ທີ່ ສປປລາວ ກຳລັງ ປະເຊີນ ແລະ ປຶກສາຫາລືຮ່ວມກັນ ກ່ຽວກັບມາດຕະການ ກໍ່ຄືກົນໄກຊ່ວຍເຫຼືອ ສປປ ລາວ ໃນຕໍ່ໜ້າ, ລວມທັງການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ ກໍ່ຄື ຜົນກະທົບດ້ານເສດຖະກິດ ແລະ ສັງຄົມ ໃນໄລຍະຍາວ.

ໃນຕອນທ້າຍ ທ່ານ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກໍສະແດງຄວາມຊົມເຊີຍ ແລະ ຂອບໃຈມາຍັງອົງການສະ ຫະປະຊາຊາດ ກໍ່ຄືອົງການເຄືອຂ່າຍ ສະຫະປະຊາຊາດ ແລະ ບັນດາຄູ່ຮ່ວມພັດທະນາ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຮ່ວມມືຢ່າງໃກ້ຊິດ, ພ້ອມທັງສະແດງຄວາມຮູ້ບຸນຄຸນເປັນຢ່າງສູງ ຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອຂອງບັນດາປະເທດເພື່ອນມິດສາກົນ, ອົງການຈັດຕັ້ງສາກົນ ກໍ່ຄືບັນດາຄູ່ຮ່ວມພັດທະນາຕ່າງໆ ທີ່ໄດ້ປະກອບສ່ວນອັນສໍາຄັນ ທາງດ້ານທຶນຮອນ ແລະເຕັກ ນິກວິຊາການ ເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 9 ລວມທັງ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ຢູ່ ສປປ ລາວ ແລະ ຫວັງຢ່າງຍິ່ງວ່າ ບັນດາຄູ່ຮ່ວມພັດທະນາ ຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍ  ເຫຼືອ ແກ່ ສປປ ລາວ ໃນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ 2021-2023, ກໍ່ຄືການຫລຸດພົ້ນອອກຈາກສະຖານະພາບ  ປະເທດດ້ອຍພັດທະນາ ໃນປີ 2026 ໃຫ້ປະສົບຜົນສໍາເລັດ