ຄະນະບໍລິຫານງານຊາວໜຸ່ມກະຊວງແຜນການ ແລະການລົງທຶນ ໄດ້ຮັບໃບຢັ້້ງຢືນ 4 ບຸກ

by | Feb 1, 2023 | ການເຄື່ອນໄຫວ, ຂ່າວເດັ່ນ | 0 comments

 

 

 

 

 

 

 

 

 

 

 

ໃນວັນທີ 31 ມັງກອນ 2023 ທີ່ກະຊວງແຜນການ ແລະ ການລົງທຶນ, ຄະນະບໍຫານງານຊາວໜຸ່ມກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມສະຫລຸບການຈັດຕັ້ງປະຕິບັດວຽກງານຊາວໜຸ່ມ ກະຊວງແຜນການ ແລະ ການລົງທຶນ ປະຈຳປີ 2022 ແລະ ວາງທິດທາງແຜນການຕໍ່ໜ້າປີ 2023, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ນາງ ຄຳຈັນ ວົງແສນບູນ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ. ໃນພິທີ ສະຫາຍ ອຸຕະແກ້ວ ແກ້ວດວງສິນ ຄະນະເລຂາທິການສູນກາງຊາວໜຸ່ມ, ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງແຜນການ ແລະການລົງທຶນ ໄດ້ຂື້ນລາຍງານສະພາບການການຈັດຕັ້ງເຄື່ອນໄຫວວຽກງານຊາວໜຸ່ມໃນປີຜ່ານມາ ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດ ແລະ ຜົນງານພົ້ນເດັ່ນໃນດ້ານວຽກງານວິຊາສະເພາະຂອງຊາວໜຸ່ມໃນກະຊວງແຜນການແລະການລົງທຶນ ທີ່ໄດ້ປະກອບສວ່ນຊຸກຍູ້ການພັດທະນາເສດຖະກິດ ເປັນຕົ້ນ : ການສ້າງ ແລະ ຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມໃນປີ 2022 ແລະ ກຳນົດແຜນ 2023,  ການຊຸກຍູ້ຕິດຕາມການປະຕິບັດວາລະແຫ່ງຊາດແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ການສຳເລັດການສຳຫລວດສະຖິຕິ ແລະ ຕິດຕາມສະພາບເງິນຕາ, ການເໜັງຕິ່ງຂອງສິນຄ້າ,ການສຳຫລວດສະຖິຕິຄົວເຮືອນ, ໃນດ້ານວຽກງານສົ່ງເສີມການລົງທຶນ ແລະ ການລົງທຶນໃນເຂດເສດຖະກິດພິເສດທີ່ມີທ່າກ້າວຂະຫຍາຍຕົວ, ວຽກງານການຮ່ວມມືສາກົນກັບປະເທດຄູ່ຮ່ວມພັດທະນາ ແລະ ວຽກງານການຮ່ວມມືຂອງຄະນະກຳມະການນຮ່ວມມືລາວ-ຫວຽດນາມ ທີ່ສຳເລັດການສະຫລອງປີມິດຕະພາບລາວຫວຽດນາມໃນປີຜ່ານມາ, ວຽກງານການຮ່ວມມືຂອງຄະນະກຳມະການຮ່ວມມືລາວ-ຈີນ ໃນການຮ່ວມມືດ້ານເສດຖະກິດ ແລະ ວຽກງານຂະບວນການຊາວໜຸ່ມ ກໍ່ໄດ້ເຄືອນໄຫວໃນວັນສຳຄັນຕ່າງໆຂອງພັກ-ຂອງຊາດ,​ການເຄື່ອນໄຫວຮ່ວມກັບສູນກາງຊາວໜຸ່ມ ແລະ ຊາວໜຸ່ມແຮກສ່ຽວຢ່າງເປັນຂະບວນການຟົດຟື້ນ ຊຶ່ງຜົນສຳເລັດດັ່ງກ່າວ ຍ້ອນຊາວໜຸ່ມກະຊວງແຜນການ ແລະການລົງທຶນ ໄດ້ຮັບຄວາມເອົາໃຈໃສ່ໃກ້ສິດ ແລະ ຊີ້ນໍາຈາກຄະນະພັກກະຊວງແຜນການ ແລະການລົງທຶນ ຕໍ່ວຽກງານສຶກສາອົບຮົມດ້ານແນວຄິດ ແລະ ການກຳນົດແຜນວຽກຕ່າງໆໃຫ້ໄປຕາມທິດຂອງການຈັດຕັ້ງປະຕິບັດຕາມມະຕິກອງປະຊຸມໃຫຍ່ຊາວໜຸ່ມຄັ້ງທີ່ 8 ແລະ ກອງປະຊຸມໃຫຍ່ຊາວໜຸ່ມກະຊວງແຜນການ ແລະການລົງທຶນ ຄັ້ງທີ່ 4 ກໍ່ຄືມະຕິກອງປະຊຸມໃຫຍ່ຄັ້ງທີ່ 11​ຂອງພັກ, ຊຶ່ງໃນທິດທາງປີ 2023 ຄະນະບໍລິຫານງານສູນກາງຊາວໜຸ່ມຈະໄດ້ເພີ້ມທະວີການຈັດຕັ້ງປະຕິບັດໜ້າທີ່ຄວາມຮັບຜິດຊອບໃຫ້ສູງຂື້ນຕື່ມ ເພື່ອເຮັດສຳເລັດໜ້າທີ່ການເມືອງ ແລະ ວິຊາສະເພາະຂອງຕົນໃຫ້ສຳເລັດຕາມຄາດໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມປີ 2023.

ໃນກອງປະຊຸມດັ່ງກ່າວ ຄະນະບໍລິຫານງານຊາວໜຸ່ມກະຊວງແຜນການ ແລະການລົງທຶນ ຍັງໄດ້ຮັບໃບຢັ້ງຢືນ 4​ບຸກ ປະຈຳສົກປີ 2021 ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຕົກລົງມອບໃຫ້ເພື່ອເປັນການຢັ້ງຢືນຜົນສຳເລັດຂອງການເຄື່ອນໄຫວຂອງຄະນະບໍລິຫານງານຊາວໜຸ່ມຂອງກະຊວງແຜນການ ແລະການລົງທຶນໃນໄລຍະຜ່ານມາ.

ຕອນທ້າຍກອງປະຊຸມ ສະຫາຍ ນາງ ຄຳຈັນ ວົງແສນບຸນ ຮອງເລຂາຄະນະບໍລິຫານງານພັກ,ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນ ໄດ້ໃຫ້ກຽດໂອລົມ ໂດຍສະຫາຍໄດ້ຊົມເຊີຍຜົນງານການເຄື່ອນໄຫວວຽກງານຜ່ານມາ ຊຶ່ງຄະນະພັກ-ຄະນະນໍາ ກະຊວງແຜນການ ແລະການລົງທຶນ ເວລາໃດກໍ່ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ການເຄື່ອນໄຫວ ແລະ ການສຶກສາອົບຮົມແນວຄິດ ຕໍ່ສະມາຊິກຊາວໜຸ່ມຂອງກະຊວງແຜນການ ແລະ ການລົງທຶນ ໃຫ້ມີຄວາມຮູ້ຄວາມສາມາດ,ມີຄວາມຮັບຜິດຊອບ ແລະ ຕັ້ງໜ້າປະຕິບັດໜ້າທີ່ຂອງຕົນ ແລະ ພ້ອມດຽວກັນ ກໍ່ຕ້ອງແກ້ໄຂຈຸດຄົງຄ້າງຜ່ານມາ, ຮັກສາໝູນເຊືອ 4 ບຸກ ກໍ່ສ້າງໃຫ້ຊາວໜຸ່ມເປັນກຳລັງແຮງຂອງທາງດ້ານວຽກງານວິຊາສະເພາະ ເພື່ອເປັນການກໍ່ສ້າງພະນັກງານ ໃຫ້ມີຄຸນນະພາບ ແລະ ເປັນຜູ້ສຶບທອດພາລະກິດປະຕິວັດ ໂດຍຜ່ານຂະບວນການເຄື່ອນ ໄຫວຂອງຊາວໜຸ່ມຢ່າງແທ້ຈິ່ງ.