ກົມປະເມີນຜົນ
ກົມປະເມີນຜົນ (ຂຽນເປັນພາສາອັງກິດວ່າ Department of Evaluation) ມີພາລະບົດບາດເປັນເສນາທິການໃຫ້ແກ່ ກະຊວງແຜນການ ແລະການລົງທຶນ ໃນການຄຸ້ມຄອງ, ຕິດຕາມ, ຄົ້ນຄ້ວາ, ວິເຄາະ, ວິໃຈແລະ ປະເມີນຜົນໂຄງການລົງທຶນຂອງລັດ ແລະ ໂຄງການສົມທົບທຶນໃນການຊ່ວຍເຫຼືອທາງການ ເພື່ອການພັດທະນາ.
ໂຄງຮ່າງການຈັດຕັ້ງ
ໂຄງຮ່າງການຈັດຕັ້ງຂອງກົມປະເມີນຜົນ ປະກອບມີ 6 ພະແນກຄື:
- ພະແນກສັງລວມ;
- ພະແນກປະເມີນໂຄງການສົ່ງເສີມວິຊາການ;
- ພະແນກປະເມີນຜົນຂົວ-ທາງ;
- ພະແນກປະເມີນຜົນຂົງເຂດເຄຫະ-ຜັງເມືອງ;
- ພະແນກປະເມີນຜົນຂົງເຂດຊົນລະປະທານ ແລະ ໂຍທາທາງນ້ຳ;
- ພະແນກປະເມີນຜົນຂົງເຂດໄຟຟ້າ ແລະ ນ້ຳປະປາ;

ຂໍ້ມູນຕິດຕໍ່
ເບີໂທ: 021 216564
ເບີແຟັກ: 021 216564