ໃນວັນທີ 5 ພະຈິກ 2020, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ

by | Nov 11, 2020 | ການເຄື່ອນໄຫວ | 0 comments

ໃນວັນທີ 5 ພະຈິກ 2020, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ຕິດຕາມສະພາບໄພນຳຖ້ວມ ຢູ່ ແຂວງ ສະຫວັນນະເຂດ.  ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ລວມມູນຄ່າ 207,8 ລ້ານກີບ ແລະ ເງິນສົດ ຈຳນວນ 50 ລ້ານກີບ ໃຫ້ເມືອງຈຳພອນ ແຂວງສະຫວັນນະເຂດ ເຊິ່ງ ກ່າວຮັບໂດຍ ທ່ານ ຄຳລຸຍ ຍາດຕິວົງ ເຈົ້າເມືອງຈຳພອນ ໂດຍມີ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ແລະ ມີພະນັກງານທີ່ກ່ຽວຂ້ອງຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ຍ້ອງຍໍຊົມເຊີຍການນຳພັກ-ລັດ ເມືອງຈຳພອນ, ພ້ອມດ້ວຍກຳລັງປະກອບອາວຸດ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ພ້ອມກັນເອົາໃຈໃສ່ ແລະ ປຸ້ມລຸມກັນໃນແກ້ໄຂ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເບື້ອງຕົ້ນ ເຊິ່ງສະແດງໃຫ້ເຫັນມູນເຊື້ອອັນດີງາມ, ນ້ຳໃຈສາມັກຄີ ແລະ ຄວາມເອື້ອເຟື້ອແຜ່ຂອງປະຊາຊົນລາວເຮົາ ເພື່ອພ້ອມກັນປົກປັັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ນັບມື້ນັບຈະເລີນຮຸ່ງເຮືອງ.