ໃນວັນທີ 9 ມັງກອນ 2025, ທີ່ ກະຊວງແຜນການ ແລະ ການລົງທຶນໄດ້ມີ ພິທີເຊັນສັນຍາ ວ່າດ້ວຍການສຳຫຼວດ ຫີນມາໂບ ແລະ ຫີນກຣານິດ ໃນເນື້ອທີ 122,56 ກມ2 ຢູ່ເຂດເມືອງສັງທອງ, ນະຄອນຫຼວງວຽງຈັນ ແລະ ເມືອງໝື່ນ, ເມືອງເຟືອງ, ແຂວງວຽງຈັນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ ບໍລິສັດ ລາວວູເຢ ອິນເວສເມັ້ນ ມາຍນິ້ງ ຈໍາກັດ ເປັນກຽດເຂົ້າຮ່ວມໃນພິທີເຊັນສັນຍາຄັ້ງນີ້ໂດຍ ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ປອ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່, ທ່ານ ດາວເຮືອງ ນັນທະວົງ ຮອງເຈົ້າແຂວງ ແຂວງວຽງຈັນ ພ້ອມດຽວກັນນີ້ກໍ່ຍັງມີບັນດາ ທ່ານຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງກົມ, ຮອງຫົວໜ້າຫ້ອງການ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ຈາກສູນກາງ ແລະ ທ້ອງຖີ່ນ ພະນັກງານທີກ່ຽວຂ້ອງຈາກບໍລິສັດກໍ່ໄດ້ເຂົ້າຮ່ວມ.
ໂດຍອີງຕາມ ໃບມອບສິດຂອງທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 01/ນຍ, ລົງວັນທີ 02 ມັງກອນ 2025 ທີ່ມອບສິດໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນຜູ້ເຊັນສັນຍາ, ເຊິ່ງຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ເຊັນໂດຍ ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ເຊັນເປັນພະຍານໂດຍ ທ່ານ ປອ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ , ທ່ານ ປອ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກ ແຜນການ ແລະ ການລົງທຶນ ແຂວງ ນະຄອນຫຼວງວຽງຈັນ ແລະ ທ່ານ ເຕັ່ງເມັ່ງ ຢ່າງລືໄຊ ຫົວໜ້າພະແນກ ແຜນການ ແລະ ການລົງທຶນ ແຂວງ ວຽງຈັນ ກັບ ບໍລິສັດ ລາວວູເຢ ອິນເວສເມັ້ນ ມາຍນິ້ງ ຈໍາກັດ ເຊິ່ງຕາງໜ້າເຊັນໂດຍ ທ່ານ ຄຳເພັດ ລາວຈ່າງ ຜູ້ອຳນວຍການ ບໍລິສັດ ລາວວູເຢ ອິນເວສເມັ້ນ ມາຍນິ້ງ ຈໍາກັດ ແລະ ເຊັນເປັນພະຍານໂດຍ ທ່ານ YU YONG CHAO ຮອງປະທານ ບໍລິສັດລາວວູເຢ ອິນເວສເມັ້ນ ມາຍນິ້ງ ຈໍາກັດ. ນອກນັ້ນ, ທາງບໍລິສັດຍັງໄດ້ມອບເງິນຊ່ວຍເຫຼືອລ້າ ໃຫ້ແກ່ລັັດຖະບານ ຈຳນວນ 500,000 ໂດລາສະຫະລັດ, ມອບເງິນຊ່ວຍເຫຼືອລ້າ ໃຫ້ແກ່ ນະຄອນຫຼວງວຽງຈັນ ຈຳນວນ 100,000 ໂດລາສະຫະລັດ ແລະ ມອບເງິນຊ່ວຍເຫຼືອໃຫ້ແກ່ ແຂວງວຽງຈັນ 80,000 ໂດລາສະຫະລັດ.





