ໃນວັນທີ 13 ພະຈິກ 2024 ຜ່ານມາ, ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກຳມະການຮ່ວມມື ລາວ-ຫວຽດນາມ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ເຈີ່ນ ກວັກ ເຟືອງ ຮອງລັດຖະມົນຕີ, ຮອງປະທານຄະນະກຳມະການຮ່ວມມືຫວຽດນາມ-ລາວ ພ້ອມດ້ວຍຄະນະ, ເນື່ອງໃນໂອການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.



