ກອງປະຊຸມຄະນະຊີ້ນຳລວມໂຄງການ “ສ້າງຖານຂໍ້ມູນຂ່າວສານແຫ່ງຊາດ ດ້ານໂພຊະນາການ”

Feb 7, 2023 | ການເຄື່ອນໄຫວ, ຂ່າວເດັ່ນ

 

 

 

 

 

 

 

 

 

 

 

 

 

 

 

 

ໃນຕອນເຊົ້າວັນທີ 2 ກຸມພາ 2023 ທີ່ໂຮງແຮມເສດຖາພາເລດ, ນະຄອນຫຼວງວຽງຈັນ    ສະຖາບັນຄົ້ນຄວ້າວິໄຈການພັດທະນາ ແລະ ສູນຝຶກອົບຮົມ, ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ- ສັງຄົມ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ. ໄດ້ຈັດກອງປະຊຸມຄະນະຊີ້ນຳລວມໂຄງການ “ສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ” ເຊິ່ງໃຫ້ກຽດເປັນປະທານຂອງທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ,ທັງເປັນປະທານຄະນະຊີ້ນຳລວມຂອງໂຄງການການ, ມີບັນດາທ່ານຜູ້ຕາງໜ້າຈາກຂະແໜງສາທາ, ສຶກສາ, ກະສິກຳ, ສະຖິຕິ-ແຜນການ ແລະ ຜູ້ຕາງໜ້າຈາກສະຫະພາບເອີລົບ ເເລະ ອົງການສະຫະປະຊາຊາດສຳລັບເດັກ ປະຈຳ ສປປ ລາວ ລວມ ທັງຄະນະກອງເລຂາຜູ້ຈັດຕັ້ງປະຕິບັດຈາກໂຄງການເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມກອງປະຊຸມຄະນະຊີ້ນຳລວມໂຄງການໃນມື້ນີ້ແມ່ນເພື່ອເປັນການລາຍງານຜົນການຈັດຕັ້ງປະຕິບັດໂຄງການ, ທົບທວນຄືນບັນດາຂໍ້ສະດວກຂໍ້ຫຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້ໃນໄລຍະໜຶ່ງປີທີ່ຜ່ານມາ. ເຊິ່ງໃນປີ 2022 ທີ່ຜ່ານມາທາງໂຄງການແມ່ນໄດ້ຮັບຜົນສຳເລັດໃນຫຼາຍໆດ້ານ ໂດຍສະເພາະ ສຳເລັດການສ້າງເວັບໄຊ໊ຂອງໂຄງການ NIPN ຊຶ່ງໃນປະຈຸບັນກຳລັງປັບປຸງເປັນ Version 2, ຄະນະທີມງານວິຊາການພາຍໃນໂຄງການ ໄດ້ຮັບການຍົກລະດັບດ້ານການວິເຄາະວິໄຈ ຢ່າງເປັນປົກກະຕິ. ພ້ອມນັ້ນ, ໂຄງການຍັງໄດ້ສຳເລັດສ້າງບົດຄົ້ນຄວ້າ ແລະ ບົດສະຫຼຸບຫຍໍ້ທາງນະໂຍບາຍຈຳນວນໜຶ່ງ ແລະ ໃນແຕ່ລະປີ ເປັນຕົ້ນແມ່ນ ບົດຄົ້ນຄວ້າ ການປະເມີນຄຸນະພາບປັດໄຈພາວະການຂາດສານອາຫານ ແລະ ບົດຄົ້ນຄວ້າ ວິທີການ ແລະ ການປະສານງານແບບຫຼາຍຂະແໜງການກ່ຽວກັບກຸ່ມກິດຈະກຳດ້ານໂພຊະນາການ.ໂຄງການໄດ້ຈັດກອງປະຊຸມເຜີຍແຜ່ຜົນການຄົ້ນຄ້ວາປະຈຳປີ ຂອງໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດ ດ້ານໂພຊະນາການ (NIPN day) ໃຫ້ແກ່ຂະແໜງການກ່ຽວຂ້ອງກັບວຽກງານໂພຊະນາການໃນຂອບເຂດທົ່ວປະເທດ ຊຶ່ງໄດ້ຈັດຂຶ້ນໃນທ້າຍປີຂອງທຸກໆປີ. ພ້ອມກັນນັ້ນ, ຍັງໄດ້ຈັດກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າດັ່ງກ່າວໃຫ້ແກ່ບັນດາສະມາຊິກສະພາ ແລະ ບັນດານັກຄົ້ນຄວ້າ, ຄູອາຈານ ແລະ ນັກສຶກສາ ຢູ່ບັນດາວິທະຍາໄລ ແລະ ມະຫາວິທະຍາໄລ ຕ່າງໆ. ພ້ອມດຽວກັນນີ້ກອງປະຊຸມຍັງໄດ້ຜ່ານແຜນການຈັດຕັ້ງປະຕິບັດວຽກງານທີ່ເປັນບູລິມະສິດຂອງໂຄງການປະຈຳປີ 2023 ໂດຍໄດ້ຮັບການເຫັນດີແລະຮັບຮອງໂດຍຄະນະຊີ້ນຳລວມຂອງໂຄງການ.

ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່, ຮອງລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ, ປະທານຄະນະຊີ້ນຳລວມຂອງຂອງໂຄງການການ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນໄລຍະໜຶ່ງປີທີ່ຜ່ານມາ  ແລະໃນຕອນທ້າຍຂອງກອງປະຊຸມ ຍັງໄດ້ເນັ້ນໜັກໃຫ້ແກ່ຄະນະກອງເລຂາທີ່ຮັບຜິດຊອບໃນການຈັດຕັ້ງປະຕິບັດໂຄງການ ໃຫ້ນໍາເອົາບັນດາຂໍ້ສະເໜີແນະຕ່າງໆໃນກອງປະຊຸມມື້ນີ້ ໄປຈັດຕັ້ງຜັນຂະຫຍາຍໃນການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ໃນປີ 2023 ໃຫ້ເກີດດອກອອກຜົນຢ່າງເປັນຮູບປະທຳ ຕາມເນື້ອໃນຈິດໃຈຂອງສະມາຊິກຄະນະຊີ້ນຳລວມໂຄງການ.

“ໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດ ດ້ານໂພຊະນາການ (National Information Platform for Nutrition “NIPN”) ໄດ້ຮັບການສະຫນັບສະຫນູນດ້ານງົບປະມານຈາກ ສະຫະພາບ ເອີຣົບ (EU) ແລະ ສະໜັບສະໜູນທາງດ້ານວິຊາການຈາກອົງການ ສປຊ ສຳລັບເດັກ (UNICEF) ມີໄລຍະການຈັດຕັ້ງປະຕິບັດໂຄງການ 4 ປີ (ເລີ່ມແຕ່ປີ 2018-2022) ຊຶ່ງໂຄງການຂອງພວກເຮົາໄດ້ສຳເລັດການຈັດຕັ້ງປະຕິບັດໂຄງການໄລຍະທີ 1 ແລ້ວ ແລະ ປະຈຸບັນໂຄງການຂອງພວກເຮົາ ກໍ່ໄດ້ຮັບການເຫັນດີອະນຸມັດຈາກຄະນະນຳຂອງກະຊວງແຜນການ ແລະ ການລົງທຶນ ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການໃນໄລຍະທີ 2 (ເລີ່ມແຕ່ປີ 2022-2025) ຈຸດປະສົງຂອງໂຄງການແມ່ນ ສ້າງຖານຂໍ້ມູນຕ່າງໆທີ່ຕິດພັນກັບວຽກໂພຊະນາການ ເພື່ອຮັບໃຊ້ໃນການວິໄຈ ແລະ ຕິດຕາມຄວາມຄືບໜ້າຂອງວຽກງານໂພຊະນາການ ພ້ອມທັງກຳນົດນະໂຍບາຍດ້ານໂພຊະນາການໃຫ້ມີຄວາມສອດຄ່ອງ ແລະ ສະໜັບສະໜູນຕາມນະໂຍບາຍແຜນງານດ້ານຂໍ້ມູນຂອງຄະນະກໍາມະການແຫ່ງຊາດດ້ານໂພຊະນາການ. ພ້ອມກັນນັ້ນ, ຍັງເປັນການສະໜັບສະໜູນການຈັດຕັ້ງປະຕິບັດຍຸດທະສາດ 2025, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ເປົ້າໝາຍການພັດທະນາແບບຍືນຍົງໃນປີ 2030.