ກອງປະຊຸມປຶກສາຫາລືຮ່ວມກັບພາກເອກະຊົນ ກ່ຽວກັບ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030)

Sep 2, 2024 | Uncategorized @lo-la, ການເຄື່ອນໄຫວ, ຂ່າວເດັ່ນ

ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມປຶກສາຫາລືຮ່ວມກັບພາກເອກະຊົນ ກ່ຽວກັບ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໃນວັນທີ 30 ສິງຫາ 2024         ທີ່ກະຊວງແຜນການ ແລະ ການລົງທຶນ ໂດຍການເປັນປະທານຂອງ ​ທ່ານ ​​ນາງ. ​ພອນ​ວັນ​ ອຸ​ທະ​ວົງ,            ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ​ແລະ ​ການ​ລົງ​ທຶນ ແລະ ທ່ານ ປອ. ຄໍາແສນ ສີສະວົງ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ມີບັນດາທ່ານຜູ້ອຳນວຍການບໍລິສັດ, ຮອງອຳນວຍການບໍລິສັດ ແລະ ບັນດາທ່ານຫົວໜ້າໜ້າກົມ, ຮອງຫົວໜ້າກົມ ແລະ ວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມຈຳນວນ 53 ທ່ານ.

 

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື ແລະ ປະກອບຄໍາເຫັນຕໍ່ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໃຫ້ມີຄວາມສອດຄ່ອງກັບສະພາບຕົວຈິງ, ທັງເປັນການຜັນຂະຫຍາຍມະຕິ 04/ກມສພ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່.

ທ່ານ ນາງ. ພອນວັນ ອຸທະວົງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ປະທານ       ກອງປະຊຸມ ໄດ້ມີຄຳເຫັນເນັ້ນໜັກວ່າ ໃນການສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍການມີ    ສ່ວນຮ່ວມຂອງ ທຸກພາກສ່ວນຢ່າງກວ້າງຂວາງແມ່ນມີຄວາມສໍາຄັນຫຼາຍ ລວມທັງພາກເອກະຊົນ. ໃນໄລຍະ     ຜ່ານມາ ການລົງທຶນຂອງພາກເອກະຊົນພາຍໃນ ແລະ ການລົງທຶນໂດຍກົງຈາກຕ່າງປະເທດ ໄດ້ກວມອັດຕາສ່ວນຫຼາຍກວ່າໝູ່ໃນ 4 ແຫຼ່ງທຶນ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ທ່ານຍັງຮຽກຮ້ອງໃຫ້ພາກເອກະຊົນ ສືບຕໍ່ປະກອບສ່ວນເຂົ້າໃສ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເນື່ອງຈາກແຜນການ 5 ປີຄັ້ງທີ X ມີຄວາມສຳຄັນຫຼາຍ ເພາະເປັນແຜນສືບຕໍ່ຜັນຂະຫຍາຍວິໄສທັດຮອດປີ 2030, ມະຕິ  04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່, ທັງເປັນການຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເພື່ອເຮັດໃຫ້ເສດຖະກິດ-ການເງິນ, ການຜະລິດ ແລະ ບໍລິການ, ການຄຸ້ມຄອງບໍລິຫານລັດ ເພື່ອສ້າງພື້ນຖານໃຫ້ແກ່ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃຫ້ໄດ້ຮັບຜົນສຳເລັດ ແລະ ມີຄວາມໜັກແໜ້ນເທື່ອລະກ້າວ. ພ້ອມນັ້ນ, ທ່ານ ກໍໄດ້ຮຽກຮ້ອງ  ໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນປະກອບຄໍາຄິດຄໍາເຫັນ ຢ່າງກົງໄປກົງມາ ແລະ ດ້ວຍຄວາມຮັບຜິດຊອບສູງ ເພື່ອເປັນພື້ນຖານໃນການປັບປຸງຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໃຫ້ມີຄວາມສອດຄ່ອງກັບສະພາບການພັດທະນາໃນໄລຍະໃໝ່, ເປັນແຜນທີ່ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີ      ປະສິດທິຜົນສູງ.

ທ່ານ ປອ. ຄໍາແສນ ສີສະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃນນາມປະທານຮ່ວມ ກໍໄດ້ມີຄໍາເຫັນຢັ້ງຢືນເຖິງບົດບາດຂອງພາກລັດໃນການກໍານົດແນວທາງ ແລະ ການຄຸ້ມຄອງ   ມະຫາພາກ, ສ່ວນພາກເອກະຊົນ ມີບົດບາດໃນການຂັບເຄື່ອນເສດຖະກິດ. ທ່ານໄດ້ເນັ້ນໜັກວ່າ ການເຂົ້າຮ່ວມ ແລະ ປະກອບຄໍາເຫັນຕໍ່ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນ 5 ປີ ຕໍ່ໜ້າ ມີຄວາມສໍາຄັນຫຼາຍ ເພື່ອເຮັດໃຫ້ການພັດທະນາມີຜົນສໍາເລັດຫຼາຍກວ່າເກົ່າ ແລະ ເຮັດໃຫ້ການຄຸ້ມຄອງມະຫາພາກ ກໍຄືເສດຖະກິດ-ສັງຄົມດີຂຶ້ນກວ່າເກົ່າ.