ກອງປະຊຸມ ພົບປະແລກປ່ຽນ ລະຫວ່າງ ພາກລັດຖະບານລາວ ແລະ ນັກທຸລະກິດຈີນ, ຄັ້ງທີ VI

Jul 27, 2022 | ການເຄື່ອນໄຫວ, ຂ່າວເດັ່ນ

ກອງປະຊຸມ ພົບປະແລກປ່ຽນ ລະຫວ່າງ ພາກລັດຖະບານລາວ ແລະ ນັກທຸລະກິດຈີນ, ຄັ້ງທີ 6 ໄດ້ຈັດຂຶ້ນ ໃນວັນທີ 15 ກໍລະກົດ 2022, ທີ່ໂຮງແຮມ ດອນຈັນພາເລດ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ຄໍາເຈນ ວົງໂພສີ, ລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ ແລະ ທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງສາທາລະນະລັດປະຊາຊົນຈີນ ປະຈໍາ ສປປ ລາວ ເຊິ່ງມີຜູ້ຕາງໜ້າຈາກໜ່ວຍງານທີ່ກ່ຽວຂ້ອງຈາກພາກລັດ, ສະພາການຄ້າຈີນ ແລະ ບັນດານັກທຸລະກິດຈີນ ເຂົ້າຮ່ວມທັງໝົດ 150 ກວ່າທ່ານ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອເປັນການເປີດເວທີພົບປະແລກປ່ຽນກ່ຽວກັບສະພາບການດໍາເນີນທຸລະກິດ ແລະ ການລົງທຶນ ຂອງ ສປ ຈີນ ໃນ ສປປ ລາວ, ພ້ອມດຽວກັນນັ້ນກໍ່ເພື່ອເປັນການສ້າງສາຍພົວພັນອັນດີໃຫ້ແກ່ພາກລັດຖະບານລາວ ແລະ ຜູ້ລົງທຶນຈາກ ສປ ຈີນ ເປັນການສ້າງເວທີທໍາຄວາມເຂົ້າອົກເຂົ້າໃຈ ລະຫວ່າງ ພາກລັດ ແລະ ຜູ້ລົງທຶນ ແລະ ທັງເປັນການສ້າງກົນໄກນຶ່ງໃນການຊ່ວຍພາກລັດກຳໄດ້ສະພາບຄວາມຫຍຸ້ງຍາກຂອງພາກທຸລະກິດຈີນ ທີ່ພວມດໍາເນີນທຸລະກິດຢູ່ ສປປ ລາວ.

ກອງປະຊຸມໄດ້ຮັບຟັງ ການແນະນໍາຜົນງານການຮ່ວມມືດ້ານເສດຖະກິດ-ການຄ້າ ລະຫວ່າງ ລາວ-ຈີນ ໃນໄລຍະຜ່ານມາ ໂດຍທ່ານ ຈ້າວ ທີ່ປຶກສາດ້ານເສດຖະກິດການຄ້າ ສະຖານທູດຈີນ ປະຈໍາລາວ ແລະ ການລາຍງານຂອງພາກທຸລະກິດຈີນ ຕໍ່ກັບສະພາບການດໍາເນີນທຸລະກິດ ຢູ່ ສປປ ລາວ ໂດຍຜູ້ຕາງໜ້າຈາກບັນດາວິສາກິດຈີນ ເຊິ່ງປະກອບມີທັງໝົດ 5 ຫົວຂໍ້ໃຫຍ່ຄື: ①ການຟື້ນຟູເສດຖະກິດຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການປັບປຸງສະພາບການດໍາເນີນທຸລະກິດໃຫ້ດີຂຶ້ນ; ②ຂະແໜງຄົມມະນາຄົມ ແລະ ຂົນສົ່ງ; ③ຂະແໜງໄຟຟ້າ; ④ການພັດທະນາເຂດເສດຖະກິດພິເສດ ແລະ ⑤ຂະແໜງບໍ່ແຮ່.

ໃນໂອກາດນີ້ ທ່ານ ຄໍາເຈນ ວົງໂພສີ, ລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ ໄດ້ມີຄໍາເຫັນຕໍ່ກອງປະຊຸມ ເຊິ່ງທ່ານກ່າວວ່າ ໃນໄລຍະ 1 ປີ ຜ່ານມາ (2021-2022) ເຖິງແມ່ນວ່າ ສປປ ລາວ ຍັງສືບຕໍ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ບັນຫາເສດຖະກິດ-ການເງິນ ແລະ ອັດຕາການແລກປ່ຽນເງິນຕາຕ່າງປະເທດ, ແຕ່ວ່າທ່າອ່ຽງການລົງທຶນ ຂອງພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດ ໃນຂອບເຂດທົ່ວປະເທດ ຍັງຖືວ່າຢູ່ໃນລະດັບທີ່ດີ, ເຫັນໄດ້ຈາກການອະນຸມັດໂຄງການລົງທຶນທີ່ຜ່ານມາໃນປີ 2021 ມີມູນຄ່າການລົງທຶນ ທັງໝົດຈໍານວນ 22,2 ຕື້ ໂດລາສະຫະລັດ, ໃນນັ້ນອະນຸມັດຈາກຂະແໜງ ຜທ ຈໍານວນ 364 ໂຄງການ, ຂະແໜງອຸດສາຫະກໍາ ແລະ ການຄ້າ ຈໍານວນ 13.303 ຫົວໜ່ວຍ ແລະ ເຂດເສດຖະກິດພິເສດ ຈໍານວນ 59 ຫົວ, ກວມເອົາໂຄງການກິດຈະການ ທີ່ລົງທຶນໃນຂະແໜງການໄຟຟ້າ, ບໍ່ແຮ່, ກະສິກໍາ ແລະ ປ່າໄມ້, ຂະແໜງການບໍລິການ ແລະ ຂະ     ແໜງການອື່ນໆ. ສໍາລັບການລົງທຶນ ຂອງ ສປ ຈີນ ແມ່ນຍັງສືບຕໍ່ຢູ່ໃນລໍາດັບທີ່ໜຶ່ງຢູ່ ສປປ ລາວ ເຊິ່ງການລົງທຶນສະສົມແມ່ນມີເຖິງ 833 ໂຄງການ, ໂດຍມີມູນຄ່າການລົງທຶນທັງໝົດປະມານ 16,4 ຕື້ ໂດລາສະຫະລັດ, ຂົງເຂດການລົງທຶນກໍ່ກ້ວາງຂວາງ ແລະ ຫຼາກຫຼາຍ ຂະໜາດການລົງທຶນກໍ່ມີທັງຂະໜາດນ້ອຍ, ຂະໜາດກາງ ແລະ ຂະໜາດໃຫຍ່ແຕກຕ່າງກັນ, ມີທັງລັດວິສາຫະກິດ ແລະ ເອກະຊົນອີກດ້ວຍ.  ອັນພົ້ນເດັ່ນແມ່ນ ບັນດາໂຄງການຮ່ວມມືຍຸດທະສາດ ແລະ ໂຄງການຂະໝາດໃຫ່ຍໄດ້ຮັບການຈັດຕັ້ງປະຕິບັດ ແລະ ເກີດດອກອອກຜົນເຊັ່ນ: ໂຄງການທາງລົດໄຟລາວ-ຈີນ, ໂຄງການທາງດ່ວນວຽງຈັນ-ວັງວຽງ, ເຂດເສດຖະກິດພິເສດກວມລວມໄຊເສດຖາ ແລະ ເຂດເສດຖະກິດບໍ່ເຕ່ນ-ບໍ່ຫ່ານ, ໂຄງການສາຍສົ່ງ ແລະ ເຂື່ອນໄຟຟ້າຕ່າງໆ ໄດ້ຮັບການສົ່ງເສີມພັດທະນາ ແລະ ນໍາເອົາໜາກຜົນມາສູ່ສອງຝ່າຍ.