ບົດຂ່າວ ກອງປະຊຸມຄະນະກຳມະການປະສານງານຮ່ວມ ຂອງເຂດຮ່ວມມືເສດຖະກິດ ບໍ່ເຕ່ນ ສປປ ລາວ – ບໍ່ຫານ ສປ ຈີນ ຄັ້ງທີ II

Sep 2, 2024 | ການເຄື່ອນໄຫວ, ຂ່າວເດັ່ນ

ກອງປະຊຸມຄະນະກຳມະການປະສານງານຮ່ວມ ຂອງເຂດຮ່ວມມືເສດຖະກິດ ບໍ່ເຕ່ນ ສປປ ລາວ –       ບໍ່ຫານ ສປ ຈີນ ຄັ້ງທີ II ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນເຊົ້າ ວັນທີ 29 ສິງຫາ 2024 ທີ່ກະຊວງແຜນການ ແລະ ການລົງທຶນ, ນະຄອນຫຼວງວຽງຈັນ, ສປປ ລາວ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ໄຊຊະນະ     ສິດທິພອນ, ຮອງປະທານຄະນະກຳມະການຮ່ວມມືລາວ-ຈີນ, ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ຫລີນຈີ (Ling Ji), ຮອງລັດຖະມົນຕີ ກະຊວງການຄ້າ, ຮອງຜູ້ຕາງໜ້າ ເຈລະຈາການຄ້າສາກົນ ສປ ຈີນ,      ທັງເປັນປະທານຄະນະກຳມະການປະສານງານຮ່ວມ ເຂດຮ່ວມມືເສດຖະກິດເຕ່ນ ສປປ ລາວ – ບໍ່ຫານ ສປ ຈີນ ຝ່າຍຈີນ ໂດຍມີທ່ານຮອງເຈົ້າແຂວງໆຫຼວງນໍ້າທາ, ແຂວງຢຸນນານ ແລະ ຄະນະຜູ້ແທນຂັ້ນກົມຈາກຂະແໜງການ  ທີ່ກ່ຽວຂ້ອງຈາກ ສປປ ລາວ ແລະ  ສປ ຈີນ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ມີຈຸດປະສົງເພື່ອປຶກສາຫາລືແຜນວຽກຂອງຄະນະກຳມະການປະສານງານ ພ້ອມທັງ   ຮັບຟັງການລາຍງານສະພາບຄວາມຄືບໜ້າ, ສິ່ງທ້າທາຍ ກ່ຽວກັບການພັດທະນາຢູ່ເຂດຮ່ວມມື ເພື່ອພ້ອມກັນວາງ   ທິດທາງແຜນການໃນຕໍ່ໜ້າໂດຍສະເພາະແມ່ນການປັບປຸງກົນໄກການອໍານວຍຄວາມສະດວກດ້ານຕ່າງໆໃນເຂດ   ຮ່ວມມື ເຊັ່ນການເດີນທາງເຂົ້າ-ອອກຂອງຄົນ, ພາຫະນະ ແລະ ສິນຄ້າ ລວມເຖິງນະໂຍບາຍຕ່າງໆທີ່ຈະຕ້ອງໄດ້ພ້ອມກັນຊຸກຍູ້ສົ່ງເສີມ ໃນການຈັດຕັ້ງປະຕິບັດຮ່ວມກັນ ລວມເຖິງການປຶກສາຫາລືກ່ຽວກັບການປັບປຸງບາງມາດຕາຂອງ “ຂອບແຜນຮ່ວມມືເສດຖະກິດ ບໍ່ເຕ່ນ ສປປ ລາວ – ບໍ່ຫານ ສປ ຈີນ” ທີ່ລັດຖະບານ ສປປ ລາວ ແລະ ສປ ຈີນ ໄດ້ລົງນາມຮ່ວມກັນໃນວັນທີ 31 ສິງຫາ 2015 ກໍ່ຄືການ ແຜນແມ່ບົດຫຍໍ້ຂອງການພັດທະນາເຂດຮ່ວມມືເສດຖະກິດ ບໍ່ເຕ່ນ ສປປ ລາວ – ບໍ່ຫານ ສປ ຈີນ ສະບັບລົງວັນທີ 28 ພະຈິກ 2016, ເພື່ອໃຫ້ສອດຄ່ອງຮັບສະພາບຕົວຈິງຂອງການພັດທະນາ ໂດຍສະເພາະແມ່ນກົນໄກການປະສານງານ 3 ລະດັບຄື:

  1. ຄະນະກຳມະການປະສານງານຮ່ວມ ຊຶ່ງ​ຮ່ວມ​ເປັນ​ປະ​ທານ​ໂດຍ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ສ​ປ​ປ ລາວ ແລະ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ ສ​ປ ຈີນ ມີ​ຮອງ​ເຈົ້າ​ແຂວງແຂວງ    ຫລວງນ້ຳ​ທາ ແລະ ຮອງ​ເຈົ້າ​ແຂວງ​ຢຸນ​ໜານ ເປັນ​ຮອງ​ປະ​ທານ. ສະ​ມະ​ຊິກ​ແມ່ນ​ມາ​ຈາກ​ທຸກ​ຂະ​ແໜງ​ການ​ທິ່​ກ່ຽວ​ຂ້ອງ;
  2. ໜ່ວຍປະຕິບັດງານເຂດຮ່ວມມື ຝ່າຍຈີນ ສະເໜີປັບປຸງກົນໄກພາຍໃນຂອງຕົນໂດຍປ່ຽນ ຈາກກົມການຄຸ້ມຄອງການລົງທຶນຕ່າງປະເທດ, ກະຊວງການຄ້າ ມາເປັນອຳນາດການປົກຄອງທ້ອງຖິ່ນນະຄອນຄຸນໝິງ; ພະແນກການຄ້າ ນະຄອນຄຸນໝິງ ສປ ຈີນ, ສ່ວນຝ່າຍລາວແມ່ນຍັງຮັກສາໂຄງປະກອບເດີມຄື ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ, ກະຊວງແຜນການ ແລະ ການລົງທຶນ ເປັນຫົວໜ້າໜ່ວຍປະຕິບັດງານ ທີ່ປະກອບດ້ວຍຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ແຂວງຫຼວງນໍ້າທາ ຊຶ່ງມີໜ້າທີ່ຮັບຜິດຊອບ ຜັນຂະຫຍາຍເນື້ອໃນບັນດາຂໍ້ກໍານົດຂອງຂອບແຜນຮ່ວມມື ແລະ ຊຸກຍູ້ວຽກງານປະຕິບັດການກໍ່ສ້າງເຂດການຮ່ວມມື, ຮັບການຊີ້ນຳຈາກ ຄະນະກຳມະການປະສານງານຮ່ວມ ແລະ ລາຍງານຕໍ່   ຄະ ນະກຳມະການດັ່ງກ່າວ;
  3. ອົງການບໍລິຫານງານປະຈໍາວັນຂອງເຂດຮ່ວມມື ຊຶ່ງແຕ່ລະຝ່າຍມີອົງການບໍລິຫານປະຈໍາວັນຂອງຕົນ    ໂດຍຝ່າຍຈີນ ແມ່ນ ຄະນະກຳມະການຄຸ້ມຄອງເຂດຮ່ວມມືລາວ-ຈີນ ເປັນຫຼັກ ແລະ ຝ່າຍລາວ ແມ່ນ ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງຫຼວງນໍ້າທາ ເປັນຫຼັກ, ຊຶ່ງຈະມີພາກສ່ວນທີ່ກ່ຽວຂ້ອງປະກອບຢູ່ໃນຄະ ນະດັ່ງກ່າວ ແລະ ເຫັນດີດ້ານຫຼັກການ ໃນກຳນົດຢ່າງໜ້ອຍຕ້ອງຈັດກອງປະຊຸມ    ຮ່ວມກັນທຸກໆ 06 ເດືອນ (2ຄັ້ງ/ປີ) ຫຼື ອາດຫຼາຍກວ່ານັ້ນໂດຍອີງຕາມຄວາມຈໍາເປັນ ແລະ ສະພາບ    ຕົວຈິງຂອງວຽກງານຂອງ ສອງຝ່າຍ.

ໃນໂອກາດນີ້ທ່ານ ສອນປະເສີດ ດາລາວົງ, ຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິ ເສດ (ຫຂສພ), ກະຊວງແຜນການ ແລະ ການລົງທຶນ ໃນນາມຫົວໜ້າໜ່ວຍປະຕິບັດງານ ຝ່າຍລາວ ຂອງເຂດຮ່ວມມືເສດຖະກິດ ບໍ່ເຕ່ນ ສປປ ລາວ – ບໍ່ຫານ ສປ ຈີນ ໄດ້ລາຍງານ ຕໍ່ກອງປະຊຸມໃຫ້ຊາບໂດຍສັງເຂບວ່າ ໄລຍະຜ່ານມາ ໜ່ວຍປະຕິບັດງານຝ່າຍລາວ ໄດ້ສົມທົບແໜ້ນກັບຝ່າຍຈີນ ຢ່າງເປັນປົກກະຕິ ໃນການຈັດຕັ້ງຜັນຂະຫຍາຍວຽກງານຕ່າງໆ ເຖິງວ່າໄລຍະຂອງການລະບາດຂອງພະຍາດໂຄວິດ-19 ວຽກງານເຂດຮ່ວມມືເສດຖະກິດບໍ່ເຕ່ນ ສປປ ລາວ – ບໍ່ຫານ ສປ ຈີນ ກໍ່ໄດ້ຖືກຍົກຂຶ້ນເພື່ອປຶກສາຫາລືຮ່ວມກັນ ໃນຮູບແບບ Online ຜ່ານວິດີໂອທາງໄກ ກໍ່ຄື  ກອງປະຊຸມພົບປະຕ່າງໆໃນຂົງເຂດການພົວພັນລາວ-ຈີນ ຊຶ່ງມັນໄດ້ສະແດງອອກໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະ ເອກະພາບຮ່ວມກັນໃນການຜັນຂະຫຍາຍ ບັນດາເນື້ອໃນທີ່ກໍານົດໃນຂອບແຜນຮ່ວມຂອງເຂດຮ່ວມມື ກໍ່ຄື ແຜນ   ແມ່ບົດຫຍໍ້ຂອງການພັດທະນາເຂດຮ່ວມມືເສດຖະກິດ ບໍ່ເຕ່ນ ສປປ ລາວ – ບໍ່ຫານ ສປ ຈີນ.

ໃນຕອນທ້າຍທ່ານ ໄຊຊະນະ ສິດທິພອນ ໄດ້ກ່າວໃນກອງປະຊຸມວ່າ: “ກອງປະຊຸມຄັ້ງນີ້ ກໍ່ເປັນຂີດໝາຍໜຶ່ງທີ່ຢັ້ງຢືນຕື່ມອີກວ່າ ພັກ ແລະ ລັດຖະບານ ສປປ ລາວ ແລະ ສ​ປ ຈີນ ໄດ້ໃຫ້ຄວາມສໍາຄັນຕໍ່ໂຄງການຮ່ວມມື້ນີ້ ເພື່ອໃຫ້ເກີດດອກອອກຜົນ ແລະ ສ້າງໃຫ້ເຂດນີ້ກາຍເປັນເຂດຕົວແບບຂອງການຮ່ວມມືສອງຝ່າຍ ກໍ່​ຄື​ການ​ຮ່ວມ​ມື​ລະ​ຫວ່າງ ອາ​ຊຽນ ​ແລະ ຈີນ.​ ຊຶ່ງໄລຍະຜ່ານມາ ໄດ້ຈັດມີການຈັດກອງປະຊຸມລະດັບໜ່ວຍປະຕິບັດງານ ແລະ ວິຊາການທີ່ມີຂັ້ນກົມເຂົ້າຮ່ວມຢ່າງເປັນປົກກະຕິ ແລະ ໄດ້ກອງປະຊຸມຄະນະກຳມະການປະສານງານຮ່ວມ ເຂດຮ່ວມມືເສດຖະ ກິດ ບໍ່ເຕ່ນ ສປປ ລາວ-ບໍ່ຫານ ສປ ຈີນ ຄັ້ງທີ I ທີ່ໄດ້ຈັດຂຶ້ນໃນວັນທີ 14 ພຶດສະພາ 2018, ທີ່ນະຄອນ   ຄຸນໝິງ, ແຂວງຢຸນໜານ ສປ ຈີນ ເພື່ອພ້ອມກັນເປັນກໍາລັງແຮງຊຸກຍູ້ການພັດທະນາເຂດຮ່ວມມືໄປພ້ອມກັນ ແລະ ເຖິງ​ແມ່ນ​ວ່າ ​ໄລຍະຜ່ານມາການພັດທະນາຈະພົບກັບສິ່ງທ້າທາຍຫຼາຍດ້ານ ການນໍາທຸກຂັ້ນ ຂອງສອງພັກສອງລັດພວກເຮົາ ກໍ່ໄດ້ເອົາໃຈໃສ່ໃນການຊຸກຍູ້ເຂດຮ່ວມມືໃຫ້ນັບມື້ມີໃບໜ້າໃໝ່ຂຶ້ນຫຼາຍດ້ານ”.

ອີງໃສ່ຜົນຂອງກອງປະຊຸມຄະນະກຳມະການປະສານງານຮ່ວມ ຂອງເຂດຮ່ວມມືເສດຖະກິດ ບໍ່ເຕ່ນ ສປປ ລາວ – ບໍ່ຫານ ສປ ຈີນ ຄັ້ງທີ II ນີ້ ສອງຝ່າຍຈະໄດ້ ສືບຕໍ່ເຮັດວຽກຮ່ວມກັນເພື່ອຜັນຂະຫຍາຍເປັນອັນລະອຽດຕື່ມ ໂດຍສະເພາະຝ່າຍລາວແມ່ນຈະໄດ້ສືບຕໍ່ສົມທົບແໜ້ນກັບຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ອຳນາດ     ການປົກຄອງຂອງແຂວງຫຼວງນໍ້າທາ ກໍ່ຄືຜູ້ພັດທະນາເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ເພື່ອທົບທວນຄືນການຈັດຕັ້ງປະຕິບັດ ຂອບແຜນຮ່ວມມື ກໍ່ຄືແຜນແມ່ບົດຫຍໍ້ຂອງການພັດທະນາເຂດຮ່ວມມືເສດຖະກິດ ບໍ່ເຕ່ນ ສປປ ລາວ – ບໍ່ຫານ ສປ ຈີນ ສະບັບປະຈຸບັນ ກ່ອນຈະສັງລວມລາຍງານ ເພື່ອສະເໜີຂັ້ນເທິງຂອງຕົນພິຈາລະນາ ແລະ ຮັບຮອງແຜນແມ່ບົດຫຍໍ້ສະບັບປັບປຸງ ເພື່ອເປັນບ່ອນອີງໃນການວຽກງານການພັດທະນາເຂດຮ່ວມມືໃນຕໍ່ໜ້າ.

ກອງປະຊຸມໄດ້ປິດລົງໃນຕອນເຊົ້າຂອງວັນດຽວກັນ ດ້ວຍຜົນສໍາເລັດຕາມລະດັບຄາດໝາຍ ແລະ ເຕັມໄປດ້ວຍໄມຕີຈິດ ມິດຕະພາບລະຫວ່າງສອງຝ່າຍ ລາວ-ຈີນ, ຈີນ-ລາວ.