ພິທີເຊັນສັນຍາພັດທະນາໂຄງການ PDA ໄຟຟ້າພະລັງງານລົມ ຢູ່ແຂວງຄຳມ່ວນ

Sep 18, 2024 | ການເຄື່ອນໄຫວ, ຂ່າວເດັ່ນ

ໃນວັນທີ 17 ກັນຍາ 2024, ທີ່ກະຊວງແຜນການ ແລະ ການລົງທຶນ ຈັດພິທີເຊັນສັນຍາພັດທະນາໂຄງການ PDA ໄຟຟ້າພະລັງງານລົມ ມີກຳລັງຕິດຕັ້ງ 600 MW ຢູ່ເມືອງບົວລະພາ ແລະ ເມືອງໄຊບົວທອງ ແຂວງຄຳມ່ວນ ລະຫວ່າງ ລັດທະບານ ແຫ່ງ ສປປ ລາວ ຮ່ວມກັບ ບໍລິສັດ Envision Lao Investment Sole CO.,LTD, ເປັນກຽດເຂົ້າຮ່ວມໃນພິທີເຊັນສັນຍາຄັ້ງນີ້ໂດຍ ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ມີບັນດາທ່ານຕາງໜ້າຈາກກົມກອງທີ່ກ່ຽວຂ້ອງ ແລະ ພະນັກງານຈາກ ບໍລິສັດ ກໍ່ໄດ້ເຂົ້າຮ່ວມ.

ໂດຍອີງຕາມ ໃບມອບສິດຂອງທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 166/ນຍ, ລົງວັນທີ 16 ສິງຫາ 2024 ທີ່ມອບສິດໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນຜູ້ເຊັນສັນຍາ ເຊິງຕາງໜ້າເຊັນໂດຍ ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ເຊັນເປັນພະຍານໂດຍທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ໝັ້ນຍືນ ຄິດສະໝອນ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງຄຳມ່ວນ ຮ່ວມກັບ ບໍລິສັດ Envision Lao Investment Sole CO.,LTD ຕາງໜ້າເຊັນໂດຍ ທ່ານ Liu Bowen ຮອງອຳນວຍການ ບໍລິສັດ ແລະ ເຊັນເປັນພະຍານໂດຍ ທ່ານ Yuan Rongke ອຳນວຍການ ບໍລິສັດ ແລະ ທ່ານ ນາງ Que Angelina ຮອງປະທານບໍລິສັດ.