ພິທີເຊັນສັນຍາສຳປະທານ (CA) ໂຄງການໄຟຟ້າພະລັງຄວາມຮ້ອນຖ່ານຫີນ ຢູ່ເມືອງ ບົວລະພາ ແຂວງຄຳມ່ວນ ລະຫວ່າງລັດຖະບານແຫ່ງ ສ ປ ປ ລາວ ກັບ ບໍລິສັດ ບົວລະພາ ພາວເວີ້ ຈຳກັດ.

Apr 1, 2021 | ການເຄື່ອນໄຫວ

ໃນວັນທີ 09 ມີນາ 2021, ເວລາ 17:00 ໂມງ, ໄດ້ມີພິທີເຊັນສັນຍາສຳປະທານ (CA) ໂຄງການໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຢູ່ທີ່ກະຊວງແຜນການ ແລະການລົງທຶນ, ນະຄອນຫຼວງວຽງຈັນ, ເຊິ່ງເປັນກຽດເຂົ້າຮ່ວມໃນພິທີເຊັນສັນຍາສຳປະທານໃນຄັ້ງນີ້ມີ ທ່ານ ຮອງນາຍົກລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກ, ລັດຖະມົນຕີ, ເຈົ້າແຂວງ, ຮອງເຈົ້າແຂວງ, ຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກຈາກສູນກາງ ແລະ ທ້ອງຖີ່ນ, ພະນັກງານຈາກຂະ ແໜງການທີ່ກ່ຽວຂ້ອງ ແລະ ຕາງໜ້າຈາກບໍລິສັດ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມ,  ເຊິ່ງຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສ ປ ປ ລາວ ເຊັນໂດຍ ທ່ານ ນາງ ຄຳຈັນ ວົງແສນບຸນ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ເຊັນເປັນພະຍານໂດຍ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ເດດສັກດາ ມະນີຄຳ  ຫົວໜ້າພະແນກ ແຜນການ ແລະ ການລົງທຶນ ແຂວງ ຄຳມ່ວນ ກັບ ບໍລິສັດ ບົວລະພາ ພາວເວີ້ ຈຳກັດ. ເຊິ່ງຕາງໜ້າເຊັນໂດຍ ທ່ານ ຈັນທອນ ສິດທິໄຊ ປະທານໃຫ່ຍ ບໍລິສັດ ບົວລະພາ ພາວເວີ້ ຈຳກັດ  ແລະ ເຊັນເປັນພະຍານໂດຍ       ທ່ານ ອາລຸນແກ້ວ ກິດຕິຄຸນ ປະທານກຳມະການບໍລິຫານ ຍຸດທະສາດ ແລະ ການວາງແຜນ ບໍລິສັດບີທີແອວ ໂຮນດິ້ງ ຈຳກັດ ແລະ ທ່ານ ສີລາ ວຽງແກ້ວ ຮອງປະທານກຳມະການບໍລິຫານການຄ້າ ແລະ ກົດລະບຽບ ບໍລິສັດບີທີແອວ ໂຮນດິ້ງ ຈຳກັດ.