ພິທີເຊັນສັນຍາ ພັດທະນາບໍ່ແຮ່ ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກ ໃນເນື້ອທີ່ 100 ເຮັກຕາ (ຕາມກົນໄກປົກກະຕິ) ຢູ່ເຂດບ້ານນາຝຸງ, ບ້ານນໍ້າໂສ້ຍ ແລະ ບ້ານເມືອງປູນ, ເມືອງວຽງໄຊ, ແຂວງຫົວພັນ

Sep 19, 2024 | ການເຄື່ອນໄຫວ, ຂ່າວເດັ່ນ

ໃນວັນທີ  18 ກັນຍາ 2024, ທີ່ ກະຊວງແຜນການ ແລະ ການລົງທຶນໄດ້ພິທີເຊັນສັນຍາ ພັດທະນາບໍ່ແຮ່ ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກ ໃນເນື້ອທີ່ 100 ເຮັກຕາ (ຕາມກົນໄກປົກກະຕິ) ຢູ່ເຂດບ້ານນາຝຸງ, ບ້ານນໍ້າໂສ້ຍ ແລະ ບ້ານເມືອງປູນ, ເມືອງວຽງໄຊ, ແຂວງຫົວພັນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ ບໍລິສັດ ໄຊສົມບູນຈະເລີນຊັບ ກໍ່ສ້າງຂົວ-ທາງ ແລະ ບໍ່ແຮ່ ຈຳກັດຜູ້ດຽວ  ເປັນກຽດເຂົ້າຮ່ວມໃນພິທີເຊັນສັນຍາຄັ້ງນີ້ໂດຍ ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງ   ພະລັງງານ ແລະ ບໍ່ແຮ່ ພ້ອມດຽວກັນນີ້ກໍ່ຍັງມີບັນດາ ທ່ານຫົວໜ້າຫ້ອງການ,​ ຫົວໜ້າກົມ, ຮອງກົມ,​ ຮອງຫົວໜ້າຫ້ອງການ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ຈາກສູນກາງ ແລະ ທ້ອງຖີ່ນ ພະນັກງານທີກ່ຽວຂ້ອງຈາກບໍລິສັດກໍ່ໄດ້ເຂົ້າຮ່ວມ.

ໂດຍອີງຕາມ ໃບມອບສິດຂອງທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 177/ນຍ, ລົງວັນທີ 09 ກັນຍາ2024 ທີ່ມອບສິດໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນຜູ້ເຊັນສັນຍາ, ເຊິ່ງຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ເຊັນໂດຍ ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ເຊັນເປັນພະຍານໂດຍ  ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ຄອນທອງ ມະນີວອນ ຫົວໜ້າພະແນກ ແຜນການ ແລະ ການລົງທຶນ ແຂວງ ຫົວພັນ ກັບ ບໍລິສັດ ໄຊສົມບູນຈະເລີນຊັບ ກໍ່ສ້າງຂົວ-ທາງ ແລະ ບໍ່ແຮ່ ຈຳກັດຜູ້ດຽວ  ເຊິ່ງຕາງໜ້າເຊັນໂດຍ ທ່ານ ເພັດສີລາພອນ ຮອງອຳນວຍການບໍລິສັດ ໄຊສົມບູນຈະເລີນຊັບ ກໍ່ສ້າງຂົວ-ທາງ ແລະ ບໍ່ແຮ່ ຈຳກັດຜູ້ດຽວ    ແລະ ເຊັນເປັນພະຍານ ໂດຍ ທ່ານ ສົມຊາຍ ດວງປະເສີດ ທີ່ປຶກສາ ບໍລິສັດ ໄຊສົມບູນຈະເລີນຊັບ ກໍ່ສ້າງຂົວ-ທາງ ແລະ ບໍ່ແຮ່ ຈຳກັດຜູ້ດຽວ. ນອກນັ້ນ, ທາງບໍລິສັດຍັງໄດ້ມອບເງິນຊ່ວຍເຫຼືອລ້າໃຫ້ແກ່ລັດຖະບານ ຈຳນວນ 1,500,000,000 ກີບ ແລະ ມອບເງິນຊ່ວຍເຫຼືອລ້າໃຫ້ແກ່ ແຂວງ ຫົວພັນຈຳນວນເງິນ 500,000,000 ກີບ.