ພິທີເຊັນສັນຍາ ວ່າດ້ວຍການສຳຫຼວດ ແຮ່ອັງຕີມອນ ແລະ ແຮ່ຕິດພັນ ຢູ່ເຂດບ້ານນາພຽງ, ເມືອງຊຳເໜືອ, ແຂວງຫົວພັນ

Sep 3, 2024 | ການເຄື່ອນໄຫວ, ຂ່າວເດັ່ນ

ໃນວັນທີ  02 ກັນຍາ 2024, ທີ່ ກະຊວງແຜນການ ແລະ ການລົງທຶນໄດ້ມີ ພິທີເຊັນ ສັນຍາວ່າດ້ວຍການສຳຫຼວດ ແຮ່ອັງຕີມອນ ແລະ ແຮ່ຕິດພັນ ຢູ່ເຂດບ້ານນາພຽງ, ເມືອງຊຳເໜືອ, ແຂວງຫົວພັນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ຮ່ວມ  ກັບ ກຸ່ມບໍລິສັດ ພົງຊັບທະວີ ເປັນກຽດເຂົ້າຮ່ວມໃນພິທີເຊັນສັນຍາຄັ້ງນີ້ໂດຍ ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງ   ພະລັງງານ ແລະ ບໍ່ແຮ່ ພ້ອມດຽວກັນນີ້ກໍ່ຍັງມີບັນດາ ທ່ານຫົວໜ້າຫ້ອງການ,​ ຫົວໜ້າກົມ, ຮອງກົມ,​ ຮອງຫົວໜ້າຫ້ອງການ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ຈາກສູນກາງ ແລະ ທ້ອງຖີ່ນ ພະນັກງານທີກ່ຽວຂ້ອງຈາກບໍລິສັດກໍ່ໄດ້ເຂົ້າຮ່ວມ.

ໂດຍອິງຕາມ ໃບມອບສິດຂອງທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 172/ນຍ, ລົງວັນທີ 26 ສິງຫາ2024 ທີ່ມອບສິດໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນຜູ້ເຊັນສັນຍາ, ເຊິ່ງຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ເຊັນໂດຍ ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ເຊັນເປັນພະຍານໂດຍ  ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ນາງ ມານີວັນ ວັງລາວົງ  ຮອງຫົວໜ້າພະແນກ ແຜນການ ແລະ ການລົງທຶນ ແຂວງ ຫົວພັນ ກັບ ກຸ່ມບໍລິສັດ ພົງຊັບທະວີ  ເຊິ່ງຕາງໜ້າເຊັນໂດຍ ທ່ານ ພົງສະຫວັດ ເສນາພວນ  ປະທານກຸ່ມບໍລິສັດ ພົງຊັບທະວີ  ແລະ ເຊັນເປັນພະຍານ ໂດຍ ທ່ານ ບຸນທ່ຽງ ດວງປະເສີດຜູ້ອຳນວຍການກຸ່ມບໍລິສັດ ພົງຊັບທະວີ.