ສອງ ປະທານຄະນະກຳມະການຮ່ວມມື ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ລົງຊຸກຍູ້ຕິດຕາມ ການຈັດຕັ້ງປະຕິບັດໂຄງການກໍ່ສ້າງໂຮງໄຟຟ້າຄວາມຮ້ອນຖ່ານຫີນ, ໂຄງການຜະລິດຖ່ານຫີນເພື່ອຂາຍ, ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ບົກຊິດ

Sep 9, 2024 | ການເຄື່ອນໄຫວ, ຂ່າວເດັ່ນ

ເນື່ອງໃນໂອກາດທີ່ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ທີ່ແຂວງເຊກອງ ໃນລະຫວ່າງ ວັນທີ 7-8 ກັນຍາ 2024 ຂອງສອງຄະ​ນະ​ກຳ​ມະ​ການຮ່ວ​ມມື ລາວ-ຫວຽດ​ນາມ ແລະ ຫວຽດນາມ-ລາວ. ໃນວັນທີ 7 ກັນຍາ 2024, ທ່ານ ປອ. ເພັດ ພົມພີພັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະ​ທານຄະ​ນະ​ກຳ​ມະ​ການຮ່ວ​ມມື ລາວ-ຫວຽດ​ນາມ ແລະ ທ່ານ ຫງວຽນ ຈີ້ ຢຸ້ງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ຫວຽດນາມ, ປະ​ທານຄະ​ນະ​ກຳ​ມະ​ການຮ່ວ​ມມື ຫວຽດ​ນາມ-ລາວ ພ້ອມດ້ວຍຄະຜູ້ແທນ ຈາກຝ່າຍລາວ ແລະ       ຝ່າຍຫວຽດນາມ ໄດ້ລົງຊຸກຍູ້ຕິດຕາມ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການຜະລິດຖ່ານຫີນເພື່ອຂາຍ ແລະ ໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຖ່ານຫີນ ຂອງບໍລິສັດ ພະລັງງານໄຟຟ້າເຊກອງ ຈຳກັດ ຢູ່ທີ່ເມືອງກະລືມ, ແຂວງເຊກອງ. ໂຄງການຜະລິດຖ່ານຫີນເພື່ອຂາຍ ມີເນື້ອທີ່ທັງໝົດ (ປີ 2024) 562.32 ຕາລາງກິໂລແມັດ (562.32 sqkm) ແບ່ງອອກເປັນເນື້ອທີ່ຂຸດຄົ້ນ 135.37 ຕາລາງກິໂລແມັດ, ເນື້ອທີ່ສຶກສາບົດວິພາກເສດຖະກິດ 110.51 ຕາລາງກິໂລແມັດ, ເນື້ອທີ່ສົ່ງຄືນ 140 ຕາລາງກິໂລແມັດ, ເນື້ອທີ່ຊອກຄົ້ນສໍາຫຼວດ 196.44 ຕາລາງກິໂລແມັດ, ພາຍຫຼັງສົ່ງຄືນໃຫ້ລັດຖະບານບາງສ່ວນແລ້ວ ໃນປີ 2025 ຈະເຫຼືອເນື້ອທີ່ທັງໝົດ 442.32 ຕາລາງກິໂລແມັດ. ໃນປະຈຸບັນ ການຊອກຄົ້ນ-ສຳຫຼວດແຮ່ຖ່ານຫີນ ໄດ້ສຳເລັດໄປແລ້ວ 20,280 ເຮັກຕາ ເທົ່າກັບ 46% ຂອງເນື້ອທີ່ພື້ນທີ່ສຳປະທານທັງໝົດ ແລະ ມີແຜນສືບຕໍ່ການຊອກຄົ້ນ-ສຳຫຼວດ ໃຫ້ສຳເລັດທັງໝົດໃນອານາຄົດ ເພື່ອຊອກຫາແຫຼ່ງສະສົມຖ່ານຫີນແຫ່ງໃໝ່ເພີ່ມຕື່ມ, ໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຖ່ານຫີນ ຕັ້ງຢູ່ແຄມແມ່ນໍ້າເຊກອງ ໃກ້ກັບເມືອງກະລຶມເກົ່າ, ແຂວງເຊກອງ,​ ໂຄງການປະກອບດ້ວຍອົງປະກອບຫຼັກ 3 ສ່ວນຄື: ໂຮງງານໄຟຟ້າຖ່ານຫີນ ແບບ Supercritical, ບໍ່ຖ່ານຫີນ Anthracite ແບບເປີດ, ກົນຈັກ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ແລະ ບໍ່ຫີນປູນ, ສາຍສົ່ງໄຟຟ້າແຮງສູງແບບວົງຈອນຄູ່ ຂະໜາດ 500 kv ໄລຍະທາງ 254 km ເຊື່ອມຕໍ່ໂຮງງານໄຟຟ້າ ກັບຊາຍແດນລາວ-ກຳປູເຈຍ ຢູ່ສະຖານີໄຟຟ້າບ້ານຫາດ, ແຂວງຈຳປາສັກ. ນອກນັ້ນ, ທັງສອງຄະນະ ກໍ່ໄດ້ໄປຢ້ຽມຊົມ ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ບົກຊິດ ແລະ ກໍ່ສ້າງໂຮງງານອາລູມີນຽມ ຂອງບໍລິສັດຫວຽດເຟືອງ ຢູ່ທີ່ ເມືອງດາກຈຶງ, ແຂວງເຊກອງ. ໂຄງການດັ່ງກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດໂຄງການ ແຕ່ປີ 2022 ແລະ ຂະໜາດຂອງໂຄງການຄາດຄະເນກຳລັງການຜະລິດ 1,000,000 ໂຕນຕໍ່ປີ, ປະຈຸບັນ ໂຄງການກຳລັງກໍ່ສ້າງອາງເກັບນໍ້າ ເຊິ່ງຈະສຳເລັດໃນປີ 2025 ແລະ ສືບຕໍ່ກໍ່ສ້າງໂຮງງານອາລູມີນາ ໂດຍຄາດຄະເນໃນການກໍ່ສ້າງໂຮງງານໃຫ້ສໍາເລັດ ແລະ    ເລີ່ມການຜະລິດອາລູມີນາ ໃນປີ 2027. ໃນການລົງທຶນດັ່ງກ່າວຖືວ່າເປັນການສ້າງພື້ນຖານອຸດສາຫະກຳປຸງແຕ່ງແຮ່  ບົກຊິດຂອງ ສປປ ລາວ ເຊິ່ງແຂວງເຊກອງ ແລະ ແຂວງອັດຕະປື ມີການສະກັດຂອງແຮ່ດັ່ງກ່າວເປັນຈຳນວນຫຼາຍ      ທີ່ຈະເປັນພື້ນຖານສຳຄັນຂອງການພັດທະນາແຮ່ທາດອື່ນໆ ໃຫ້ເປັນອຸດສາຫະກຳໃນຕໍ່ໜ້າ