ສັນຍາສຳປະທານໂຄງການພັດທະນາແຫຼ່ງທ່ອງທ່ຽວ ທຳມະຊາດແບບຍືນຍົງ ຢູ່ແຂວງວຽງຈັນ

Sep 2, 2024 | ການເຄື່ອນໄຫວ, ຂ່າວເດັ່ນ

ໃນວັນທີ 02 ກັນຍາ 2024, ທີ່ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດພິທີເຊັນສັນຍາ ສໍາປະທານໂຄງການພັດທະນາ ແຫຼ່ງທ່ອງທ່ຽວ ທຳມະຊາດ ແບບຍືນຍົງ ຢູ່ເຂດບ້ານທ່າເຮືອ, ບ້ານນໍ້າພ້າວ ແລະ ບ້ານຫ້ວຍຊີ, ເມືອງວັງວຽງ ແຂວງວຽງຈັນ ລະຫວ່າງ ລັດຖະບາານ ແຫ່ງ ສປປ ລາວ ຮ່ວມກັບ ບໍລິສັດ ລາວກຣີນ ດີວີລົບເມັ້ນ ຈຳກັດ ຜູ້ດຽວ, ເປັນກຽດເຂົ້າຮ່ວມໃນພິທີເຊັນສັນຍາສຳປະທານຄັ້ງນີ້ໂດຍ ທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ດາລາວີ ພົມມະວົງສາ ຮອງລັດຖະມົນຕີ ກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ດາວເຮືອງ ນັນທະວົງ ຮອງເຈົ້າແຂວງ ແຂວງວຽງຈັນ, ມີບັນດາທ່ານຕາງໜ້າຈາກກົມກອງທີ່ກ່ຽວຂ້ອງ ແລະ ພະນັກງານຂອງບໍລິສັດກໍ່ໄດ້ເຂົ້າຮ່ວມ.

ໂດຍປະຕິບັດຕາມໃບມອບສິດຂອງທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 171/ນຍ, ລົງວັນທີ 26 ສິງຫາ 2024. ທີ່ມອບສິດໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນຜູ້ເຊັນສັນຍາສຳປະທານໃນຄັ້ງນີ້ ຕາງໜ້າລັດຖະບານແຫ່ງ ສປປ ລາວ ເຊັນໂດຍ ທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ເຊັນເປັນພະຍານໂດຍທ່ານ ນາງ ແພງຈັນ ແພງເມືອງ ຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງຖະແຫຼ່ງຂ່າວ,​ ວັດທະນະທຳ ແລະ ທ່ອງທ່ຽວ ແລະ ທ່ານ ເຕັ່ງເມັ່ງ ຢ່າງລືໄຊ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງວຽງຈັນ ຮ່ວມກັບ ບໍລິສັດ ລາວກຣີນ ດີວີລົບເມັ້ນ ຈຳກັດ ຜູ້ດຽວ, ຕາງໜ້າເຊັນໂດຍ ທ່ານ ຄອນຄຳ ອີນທະວົງ ປະທານ ບໍລິສັດ ແລະ ເຊັນເປັນພະຍານໂດຍທ່ານ ສົມລິດ ດາວຮຸ່ງສຸລີ ທີ່ປືກສາ ບໍລິສັດ.