ສຶກສາສຳຫຼວດຄວາມເປັນໄປໄດ້ໃນການພັດທະນາໂຄງການເຂື່ອນໄຟຟ້າເຊລະນອງ 4 ຢູ່ແຂວງສາລະວັນ

Sep 3, 2024 | ການເຄື່ອນໄຫວ, ຂ່າວເດັ່ນ

ໃນວັນທີ 02 ກັນຍາ 2024, ທີ່ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດພິທີເຊັນບົດບັນທຶກ ຄວາມເຂົ້າໃຈ MOU ເພື່ອສຶກສາສໍາຫຼວດຄວາມເປັນໄປໄດ້ໃນການພັດທະນາໂຄງການເຂື່ອນໄຟຟ້າເຊລະນອງ 4 ຂະໜາດ 35 MW ຢູ່ເມືອງຕະໂອ້ຍ ແຂວງສາລະວັນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ຮ່ວມກັບ ບໍລິສັດ ພັນທະມິດ ກຣຸບ ຈຳກັດ, ເປັນກຽດເຂົ້າຮ່ວມໃນພິທີເຊັນບົດບັນທຶກຄັ້ງນີ້ໂດຍ ທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ປອ. ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ມີບັນດາທ່ານຕາງໜ້າຈາກກົມກອງທີ່ກ່ຽວຂ້ອງ ແລະ ພະນັກງານຈາກ ບໍລິສັດ ກໍ່ໄດ້ເຂົ້າຮ່ວມ.

ໂດຍປະຕິບັດຕາມໃບມອບສິດຂອງທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 153/ນຍ, ລົງວັນທີ 26 ກໍລະກົດ 2024. ທີ່ມອບສິດໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນຜູ້ເຊັນບົດບັນທຶກໃນຄັ້ງນີ້ ຕາງໜ້າລັດຖະບານແຫ່ງ ສປປ ລາວ ເຊັນໂດຍ ທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ເຊັນເປັນພະຍານໂດຍທ່ານ ປອ. ຈັນສະແຫວງ ບຸນຍົລ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ປອ. ໂພສີ ແກ້ວສີພັນດອນ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງສາລະວັນ ຮ່ວມກັບ ບໍລິສັດ ພັນທະມິດ ກຣຸບ ຈຳກັດ, ຕາງໜ້າເຊັນໂດຍ ທ່ານ ວິໄລພອນ ຣາຊະຈັກ ຜູ້ອຳນວຍການ ບໍລິສັດ ພັນທະມິດ ກຣຸບ ຈຳກັດ ແລະ ເຊັນເປັນພະຍານໂດຍທ່ານ ເກດສະໜາ ຈັນທະວົງ ຜູ້ອຳນວຍການຝ່າຍຄຸ້ມຄອງໂຄງການ ບໍລິສັດ.