ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນ JICA

Mar 30, 2021 | ການເຄື່ອນໄຫວ

ໃນວັນທີ 15 ມີນາ  2021, ທີ່ກະຊວງແຜນການ ແລະ ການລົງທຶນ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂຢຊິຮາຣຶ ໂຢເນຢາມະ ຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນ JICA ປະຈໍາ ສປປ ລາວ ເພື່ອປຶກສາຫາລືແລກປ່ຽນຄໍາຄິດເຫັນຄໍາເຫັນ ກ່ຽວກັບການປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ. ພ້ອມດຽວກັນນັ້ນ, ທ່ານ ໂຢຊິຮາຣຶ ໂຢເນຢາມະ ກໍ່ໄດ້ຖືໂອກາດກ່າວອໍາລາໜ້າທີ່ ພາຍຫຼັງທີ່ທ່ານໄດ້ສໍາເລັດການປະຕິບັດໜ້າທີ່ຢູ່ ສປປ ລາວ.