ກົມຈັດຕັ້ງ ແລະ ພະນັກງານ

ກົມຈັດຕັ້ງ ແລະ ພະນັກງານ

ກົມຈັດຕັ້ງ ແລະ ພະນັກງານ ມີຊື່ຫຍໍ້ເປັນພາສາລາວວ່າ “ກຈພ ແລະ ຂຽນເປັນພາສາອັງກິດວ່າ Department of Organization and Personnel ໂດຍມີຊື່ຫຍໍ້ວ່າ “DOP” ແມ່ນໂຄງປະກອບກົງຈັກ ຂອງ ກະຊວງ ແຜນການ ແລະ ການລົງທຶນ, ມີພາລະບົບບາດເປັນເສນາທິການໃຫ້ແກ່ຄະນະພັກ ແລະ ຄະນະນໍາ ກະຊວງແຜນການ ແລະການລົງທຶນ ໃນການຄົ້ນຄວ້າວຽກງານນິຕິກໍາທີ່ກ່ຽວຂ້ອງກັບວຽກງານພັກ ແລະ ພະນັກງານ, ປະສານສົມທົບ, ສັງລວມ, ຄຸ້ມຄອງ ແລະ ກໍ່ສ້າງພະນັກງານລັດຖະກອນ, ວຽກງານກົງຈັກການຈັດຕັ້ງ, ວຽກງານພັກ, ວຽກງານໂຄສະນາອົບຮົມ ແລະ ວຽກງານອົງການຈັດຕັ້ງມະຫາຊົນ, ວຽກນະໂຍບາຍ, ວຽກງານແຂ່ງຂັນຍ້ອງຍໍ ແລະວຽກປ້ອງກັນພັກ ແລະພະນັກງານ

ໂຄງຮ່າງການຈັດຕັ້ງ

ໂຄງຮ່າງການຈັດຕັ້ງກົມຈັດຕັ້ງ ແລະ ພະນັກງານ ກະຊວງແຜນການ ແລະ ການລົງທຶນ

  1. ພະແນກ ສັງລວມ
  2. ພະແນກ ພັກ ແລະ ກົງຈັກການຈັດຕັ້ງ
  3. ພະແນກ ພະນັກງານ
  4. ພະແນກ ນະໂຍບາຍ ແລະ ແຂ່ງຂັນ-ຍ້ອງຍໍ
  5. ພະແນກ ປ້ອງກັນພັກ ແລະ ພະນັກງານ

ຂໍ້ມູນຕິດຕໍ່

ເບີໂທ: 021 222213

ເບີແຟັກ: 021 222213