ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາວ ແລະ ຫວຽດນາມ ລົງເຄື່ອນໄຫວວຽກງານ ຢູ່ທີ່ເມືອງດາກຈຶງ, ແຂວງເຊກອງ.

Sep 9, 2024 | ການເຄື່ອນໄຫວ, ຂ່າວເດັ່ນ

ໃນວັນທີ 8 ກັນຍາ 2024, ທ່ານ ປອ. ເພັດ ພົມພີພັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະ​ທານຄະ​ນະ​ກຳ​ມະ​ການຮ່ວ​ມມື ລາວ-ຫວຽດ​ນາມ ແລະ ທ່ານ ຫງວຽນ ຈີ້ ຢຸ້ງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ຫວຽດນາມ, ປະ​ທານຄະ​ນະ​ກຳ​ມະ​ການຮ່ວ​ມມື ຫວຽດ​ນາມ-ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ທີ່ໂຮງຮຽນມັດທະຍົມສົມບູນ ເມືອງດາກຈຶງ, ແຂວງເຊກອງ, ມີທ່ານ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຮອງເຈົ້າແຂວງ ແຂວງເຊກອງ,  ທ່ານຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ ຈາກກະຊວງແຜນການ ແລະ ການລົງທຶນ ລາວ ແລະ ຫວຽດນາມ, ຄະນະຜູ້ແທນຈາກສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳ ສປປ ລາວ, ແຂວງກວາງຈິ, ແຂວງເທືອທຽນເຫວ້, ແຂວງ ກວາງນາມ, ນະຄອນດານັ້ງ, ຄະນະຜູ້ແທນຈາກພະແນກແຜນການ ແລະ ການລົງທຶນ ແຂວງເຊກອງ ແລະ ພາກສ່ວນກ່ຽວຂ້ອງຂອງເມືອງດາກຈຶງ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ຂັນ​ຕີ ສີ​ລະ​ວົງ​ສາ, ຮອງ​ເຈົ້າ​ແຂວງ ແຂວງເຊກອງ, ຜູ້​ຊີ້​ນຳ​ວຽກ​ງານ​ເສດ​ຖະ​ກິດ ໄດ້ລາຍງານສະພາບຈຸດພິເສດຂອງແຂວງ ໃຫ້ຊາບວ່າ: ແຂວງ ​ເຊ​ກອງ ຕັ້ງ​ຢູ່​ພາກ​ຕາ​ເວັນ​ອອກສ່ຽງ​ໃຕ້​ຂອງ ສປປ ລາວ ມີ​ເນື້ອ​ທີ່​ທັງ​ໝົດ 7.750 ກມ2, ມີ​ພົນ​ລະ​ເມືອງ 137.474 ຄົນ, ​ເຊິ່ງມີ​ຊາຍ​ແດນຕິດ​ກັບ ສ​ສ ຫວຽດ​ນາມ ຍາ​ວ 280 ກມ. ແຂວງ​    ເຊກອງ ປະກອບດ້ວຍ ​ເຂດ​ພູດ​ອຍ, ​ເຂດ​ພູ​ພຽງ ​ແລະ​ ເຂດ​ທົ່ງພຽງ, ມີ 4 ເມືອງ: ເມືອງ​ລະ​ມາມ, ທ່າ​ແຕງ, ກະ​ລຶມ ແລະ ເມືອງ​ດາກ​ຈຶງ. ປະ​ກອບ​ມີ​ດ່ານທີ່​ຕິດ​ຈອດ​ກັບ​ບັນ​ດາ​ແຂວງ ຂອງ ສ​ສ ຫວຽດ​ນາມ: ດ່ານ​ສາ​ກົນ 1 ແຫ່ງ, ດ່ານ​ທ້ອງ​ຖິ່ນ 1 ແຫ່ງ ແລະ ດ່ານ​ປະ​ເພ​ນີ 2 ແຫ່ງ. ດ້ານການພົວ​ພັນຮ່ວມມື ລະ​ຫວ່າງ ແຂວງ​ເຊກອງ ກັບ​ບັນ​ດາ​ແຂວງ ຂອງ ສ​ສ ຫວຽດ​ນາມ ໄລຍະປີ 2017-2024 ແຂວງ​ເຊກອງ​ມີ​ການ​ຮ່ວມ​ມື​ກັບ​ບັນ​ດາ​ແຂວງ ຂອງ ສ​ສ ຫວຽດ​ນາມ 9 ແຂວງ ຄື: ແຂວງກວາງ​ນາມ, ນະ​ຄອນ​ດາ​ນັ໊ງ, ກອນ​ຕູມ, ເທື່ອ​ທຽນ​ເຫວ້, ​ບິ່ງດິ້ງ, ຢາ​ລາຍ, ດັກ​ລັກ, ກວາງ​ຈີ້ ແລະ ກວາງ​ຫງາຍ, ເຊິ່ງໃນ​ແຕ່​ລະ​ປີ​ໄດ້​ຊ່ວຍ​ເຫຼືອ ໃນ​​ການກໍ່​ສ້າງ​ຊັບ​ພະ​ຍາກອນ​ມະ​ນຸດ ລະ​ດັບ​ຊັ້ນ​ສູງ, ປະ​ລິນ​ຍາ​ຕີ, ປະ​ລິນ​ຍາ​ໂທ ແລະ ປະ​ລິນ​ຍາ​ເອກໃຫ້​ແກ່​ແຂວງ​ເຊກອງ ມີ​ທັງ​ໝົດ ຈຳ​ນວນ 560 ທຶນ ແລະ ທຶນ​ຊ່ວຍ​ເຫຼືອ​ໃນ​ການ            ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ ທັງ​ໝົດ ຈຳ​ນວນ 83.973 ລ້ານດົ້ງ. ພິ​ເສດ: ໃນ​ໄລ​ຍະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​     ໂຄວິດ-19 ກໍໍ່ໄດ້ຮັບ​ການ​ຊ່ວຍເຫຼືອ ເຄື່ອງອຸປະກອນການແພດ ເພື່ອສະກັດກັ້ນ ແລະ ປ້ອງກັນພະຍາດໂຄວິດ-19 ຈາກ​ບັນ​ດາ​ແຂວງ​ພາກ​ກາງ ແລະ ພາກ​ໃຕ້ ​ຂອງ ສ​ສ ຫວຽດ​ນາມ ລວມມີ​ມູນ​ຄ່າ​ທັງ​ໝົດ: 2.905 ລ້ານດົ້ງ. ດ້ານ   ວຽກງານການສົ່ງເສີມ ແລະ ຄຸ້ມຄອງການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ປະຈຸບັນທົ່ວແຂວງເຊກອງ     ມີໂຄງການລົງທຶນ FDI ທັງໝົດ 124 ໂຄງການ, ມີມູນຄ່າການລົງທຶນຕາມສັນຍາ 9.547 ລ້ານໂດລາ, ຄາດຄະເນການຈັດຕັ້ງປະຕິບັດຕົວຈິງ ປະມານ 3.239 ລ້ານໂດລາສະຫະລັດ ຫຼື ປະມານ 35% ຂອງມູນຄ່າການລົງທຶນ FDI ທັງໝົດ, ສ່ວນ​ໃຫຍ່ເປັນການລົງທຶນເອກະຊົນພາຍໃນ 79 ໂຄງການ, ມູນຄ່າການລົງທຶນ 2.059  ລ້ານໂດລາສະຫະລັດ, ກວມເອົາ  61.62 %, ການລົງທຶນເອກະຊົນຕ່າງປະເທດ 45 ໂຄງການ, ມູນຄ່າການລົງທຶນ 1.311 ລ້ານໂດລາສະຫະລັດ, ກວມເອົາ  38.37 %, ໃນນັ້ນ ໄດ້​ມີການລົງທຶນຂອງ ຫວຽດນາມ 27 ໂຄງການ, ມູນຄ່າ 1,071 ລ້ານໂດລາສາຫະລັດ ກວມອັດຕາສ່ວນ 54%, ໄທ 7 ໂຄງການ, ມູນຄ່າ 329.7 ລ້ານໂດລາສະຫະລັດ, ກວມອັດຕາສ່ວນ 25%, ຈີນ 5 ໂຄງການ, ມູນຄ່າການລົງທຶນ 263 ລ້ານໂດລາສະຫະລັດ, ກວມອັດຕາສ່ວນ 20% ແລະ ປະເທດອື່ນໆອີກ 6 ໂຄງການ ມູນຄ່າ 11.4 ລ້ານ, ກວມອັດຕາສ່ວນ 1%, ໂຄງການທັງໝົດ.  ສຳ​ລັບການລົງທຶນຂອງຂອງ ສສ ຫວຽດນາມ ໄລຍະຜ່ານມາ: ໃນ 27 ໂຄງການ ກວມອັດຕາສ່ວນ 54% ຂອງການລົງທຶນຕ່າງປະເທດ; ມີມູນຄ່າການລົງທຶນທັງໝົດ: 1,071 ລ້ານໂດລາສາຫະລັດ, ໃນນັ້ນ, ຂັ້ນສູນກາງອະນຸຍາດ 11 ໂຄງການ, ມູນຄ່າການລົງທຶນ 1,043 ລ້ານໂດລາສາຫະລັດ ແລະ ຂັ້ນແຂວງອະນຸຍາດ ທັງໝົດ 14 ໂຄງການ ມູນຄ່າການລົງທຶນ 18 ລ້ານໂດລາສາຫະລັດ; ໃນ​ນັ້ນຂົງເຂດພະລັງງານໄຟຟ້ານໍ້າຕົກມີ 3 ໂຄງການ; ຂົງເຂດບໍ່ແຮ່ 6 ໂຄງການ; ຂົງເຂດກະສິກໍາ 14 ໂຄງການ ແລະ ຂົງເຂດການບໍລິການ 2 ໂຄງການ. ຜ່ານການຊຸກຍູ້, ຕິດຕາມ ແລະ     ຕີລາຄາ ເຫັນວ່າການລົງທຶນຂອງພາກສ່ວນເອກະຊົນຈາກ ສສ ຫວຽດນາມ ໂດຍລວມແມ່ນໄດ້ປະກອບສ່ວນສ້າງໃຫ້ເສດຖະກິດ-ສັງຄົມຂອງແຂວງເຊກອງ ມີການຂະຫຍາຍຕົວ ສ້າງວຽກເຮັດງານທໍາໃຫ້ປະຊາຊົນ ຖືເປັນກໍາລັງແຮງດ້ານການຜະລິດ ເພື່ອການສົ່ງອອກທີ່ສໍາຄັນ ເປັນຕົ້ນ ແມ່ນດ້ານແຮ່​ທາດ, ພະລັງງານ, ຢາງພາລາ, ກາເຟ ແລະ ອື່ນໆ. ໃນນັ້ນ, ຫົວໜ່ວຍທຸລະກິດຈາກ ສສ ຫວຽດນາມ ຍັງໄດ້ປະກອບສ່ວນໃນການສ້າງສີມືແຮງງານ, ນໍາເອົາແຫຼ່ງທຶນຕ່າງໆ ສຸມໃສ່ໃນການດໍາເນີນໂຄງການຂະໜາດໃຫຍ່ຈໍານວນໜື່ງ ເປັນຕົ້ນ: ໂຄງ​ການ​ກໍ່​ສ້າງ​ໄຟ​ຟ້າ​ຄວາມ​ຮ້ອນ​ຖ່ານ​ຫີນ​ເຊກອງ ກະ​ລຶມ 1.800 ເມ​ກາ​ວັດ ແລະ ໂຄງ​ການ​ຊື້​ຂາຍ​ຖ່ານ​ຫີນ, ໂຄງການຂຸດຄົ້ນ ແລະ ປຸງແຕ່ງບົກຊິດ, ໂຄງການເຂື່ອນໄຟຟ້ານໍ້າຕົກເຊຂະໝານ 3, ໂຄງການປູກຢາງພາລາ, ໂຄງການປູກ ແລະ ປຸງແຕ່ງກາເຟ, ໂຄງການປູກໝາກຖົ່ວລຽນ.

ໃນໂອກາດທີ່ໄດ້ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ທີ່ໂຮງຮຽນມັດທະຍົມສົມບູນ ເມືອງດາກຈຶງ ທ່ານ ຫງວຽນ ຈີ້ ຢຸ້ງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ຫວຽດນາມ, ປະ​ທານຄະ​ນະ​ກຳ​ມະ​ການຮ່ວ​ມມື ຫວຽດ​ນາມ-ລາວ ໄດ້ມອບເງິນສົດ ຈຳນວນ 10.000 ໂດລາສະຫາລັດ ໃຫ້ແຂວງເຊກອງ ແລະ ມອບໃຫ້ໂຮງຮຽນມັດທະຍົມສົມບູນ ເມືອງດາກຈຶງ ຈຳນວນ 5000 ໂດລາສະຫາລັດ ເພື່ອປະກອບສ່ວນໃນພັດທະນາຂອງແຂວງ, ການບຳລຸງປັບປຸງໂຮງຮຽນ. ພ້ອມນັ້ນ ກໍໍ່ຍັງໄດ້ມອບເຄື່ອງກອງນໍ້າສະອາດ ໃຫ້ໂຮງຮຽນ ຈຳນວນ 8 ເຄື່ອງ ແລະ ມອບໃຫ້ເມືອງດາກຈຶງ ຈຳນວນ 2 ເຄື່ອງ.