ກະຊວງ ແຜນການ ແລະ ການລົງທຶນ ເປີດຫ້ອງມູນເຊື້ອ, ກາໝາຍໃໝ່ ແລະ ເວບໄຊ ກະຊວງ ຢ່າງເປັນທາງການ

Aug 16, 2020 | ການເຄື່ອນໄຫວ

ກະຊວງ ແຜນການ ແລະ ການລົງທຶນ ເປີດຫ້ອງມູນເຊື້ອ, ກາໝາຍໃໝ່ ແລະ ເວບໄຊ ກະຊວງ ຢ່າງເປັນທາງການ ໃນວັນທີ 14 ສິງຫາ 2020 ທີ່ ຫໍມູນເຊື້ອກະຊວງ, ຊັ້ນ 6, ກະຊວງ ແຜນການ ແລະ ການລົງທຶນ, ໃຫ້ກຽດເປັນປະທານໂດຍ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ ໂດຍມີ ບັນດາທ່ານ ຮອງລັດຖະມົນຕີ, ຄະນະນໍາ, ບັນດາທ່ານພະນັກງານການນໍາອາວຸໂສບໍານານ, ຫົວໜ້າກົມ, ຫົວໜ້າຫ້ອງການ, ຫົວໜ້າສູນ ແລະ ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ຢູ່ພາຍໃນກະຊວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ຫ້ອງມູນເຊື້ອກະຊວງ ແຜນການ ແລະ ການລົງທຶນ ສ້າງຂຶ້ນ ເພື່ອຈາລຶກຄຸນງາມຄວາມດີ ແລະສະແດງຄວາມຮູ້ບຸນຄຸນຕໍ່ ພະນັກງານການນຳປະຕິວັດອາວຸໂສຫຼາຍທ່ານ ທີ່ໄດ້ນໍາພາ-ຊີ້ນໍາ ວຽກງານ ແຜນການ ແລະ ການລົງທຶນ ໃນແຕ່ລະໄລຍະ, ພ້ອມທັງສະແດງການເຕີບໃຫຍ່ຂອງ ກົງຈັກພັກ ແລະ ພະນັກງານ, ສະແດງຜົນສໍາເລັດ ແລະ ຜົນງານດ້ານວິຊາສະເພາະ ແລະ ການເຄື່ອນໄຫວຂອງ 3 ອົງການຈັດຕັ້ງມະຫາຊົນ ຕະຫຼອດໄລຍະ 45 ປີ ຜ່ານມາ.

ກາໝາຍໃໝ່ກະຊວງ ໄດ້ຜ່ານການຂັດເລືອກຈາກ ຂະບວນການແຂ່ງຂັນອອກແບບກາໝາຍໃໝ່ ເພຶ້ອຂໍານັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກ ກະຊວງ ແຜນການ ແລະ ການລົງທຶນ ຄັ້ງທີ IV ເຊິ່ງຈະເປີດຂຶ້ນໃນໝໍ່ໆນີ້. ສະມາຊິກພັກ-ພະນັກງານ ຢູ່ບັນດາໜ່ວຍພັກໄດ້ສຸມສະຕິປັນຍາໃນການຄົ້ນຄວ້າອອກແບບກາໝາຍໃໝ່ດ້ວຍຄວາມຮັບຜິດຊອບສູງ ແລະ ນຳສົ່ງກາໝາຍທັງໝົດຈໍານວນ 37 ຮູບແບບ ຈາກ 9 ໜ່ວຍພັກ ເພື່ອເຂົ້າຮ່ວມແຂ່ງຂັນ. ຄະນະຮັບຜິດຊອບ ແລະ ຄະນະພັກ-ຄະນະນໍາ ໄດ້ພ້ອມກັນຄັດເລືອກກາໝາຍໃໝ່ທີ່ສ່ອງແສງເຖິງພາລະບົດບາດຂອງກະຊວງ ໃນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດຕາມທິດຍືນຍົງ ແລະ ສີຂຽວ.

ພ້ອມກັນນັ້ນ, ການເປີດເວບໄຊກະຊວງ www.mpi.gov.la ເປັນບາດກ້າວໄໝ່ ໃນການໂຄສະນາເຜີຍແຜ່ກ່ຽວກັບ ພາລະບົດບາດ, ນິຕິກໍາ, ການເຄື່ອນໄຫວ ແລະ ຜົນງານດ້ານຕ່າງໆ ເພື່ອໃຫ້ສັງຄົມທົ່ວໄປ, ນັກຮຽນ-ນັກສຶກສາ, ນັກລົງທຶນ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນອື່ນໆ ຮັບຊາບ ຢ່າງທົ່ວເຖິງ, ເປັນລະບົບ ແລະ ເປັນເອກະພາບ. ເວບໄຊກະຊວງ ໄດ້ສ້າງຂຶ້ນຕາມຮູບແບບ G-web platform ຂອງລັດຖະບານ ໂດຍການຊ່ວຍເຫຼືອທາງດ້ານເຕັກນິກຈາກ ສູນບໍລິຫານລັດດ້ວຍອີເລັກໂຕນິກ ແລະ ການສະໜັບສະໜູນງົບປະມານໃນການປັບປຸງເວບໄຊຈາກ ໂຄງການ ສ້າງຄວາມເຂັ້ມແຂງວຽກງານຄຸ້ມຄອງ ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ ຢູ່ ສປປ ລາວ ໃຫ້ມີປະສິດທິຜົນ (ລາວ/033).