ກ່ຽວກັບກະຊວງ ຜທ

ຄຳເຫັນຄະນະນຳຂອງກະຊວງ ແຜນການ ແລະ ການລົງທືນ

ປີ 2022 ເປັນປີທີສອງແຫ່ງການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ  ສອງວາລະແຫ່ງຊາດ ຂອງລັດຖະບານ ໃຫ້ເຂົ້າສູ່ລວງເລີກ ແລະ ທາມກາງສະພາບການ ຂອງພາກພື້ນ ແລະ ສາກົນ ສືບຕໍ່ຜັນແປຢູ່ຢ່າງສັບສົນ, ສະພາບເສດຖະກິດໂລກມີທ່າອ່ຽງການຂະຫຍາຍຕົວ ຫລຸດລົງ ຍ້ອນຜົນກະທົບຂອງວິກິດການການເງິນ-ເສດຖະກິດຢູ່ໃນນີ້ລວມທັງທາງດ້ານ ການເມຶອງ, ເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມທາງທຳມະຊາດ. ສຳລັບ ຢູ່ພາຍໃນປະເທດກໍປະເຊີນກັບການແຜ່ລະບາດຂອງ COVID-19 ແລະ ຄວາມຫຍຸ້ງຍາກດ້ານເສດຖະກິດການເງີນ, ປັດໃຈເຫຼົ່ານັ້ນໄດ້ເປັນສິ່ງທ້າທາຍຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປປ ລາວ, ໂດຍສະເພາະເສດຖະກິດແຫ່ງຊາດຄາດວ່າຈະເຕີບໂຕຕໍ່າກວ່າແຜນການທີ່ວາງໄວ້ ແລະ ສະເຖຍລະພາບເສດຖະກິດມະຫາພາກມີຄວາມບອບບາງ. ເຖິງແນວໃດກໍ່ຕາມ, ດ້ວຍຄວາມເອົາໃຈໃສ່ນໍາພາ-ຊີ້ນໍາ ຂອງພັກ ແລະ ລັດຖະບານ ໂດຍລວມແລ້ວເຮັດໃຫ້ປະເທດຊາດຍັງສືບຕໍ່ມີຄວາມສະເຖຍລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ ແລະ ຊີວິດການເປັນຢູ່ຂອງປະຊາຊົນສືບຕໍ່ໄດ້ຮັບການຍົກລະດັບເປັນກ້າວໆ.

ກະຊວງ ແຜນການ ແລະ ການລົງທຶນ ໃນຖານະເປັນເສນາທີການໃຫ້ແກ່ສູນກາງ, ພັກ ແລະ ລັດຖະບານ   ໃນວຽກງານການຄຸ້ມຄອງມະຫາພາກກ່ຽວກັບການວາງແຜນ ແລະ ການລົງທຶນ, ວຽກງານສະຖິຕິແຫ່ງຊາດ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ເຂດເສດຖະກິດພິເສດໃນຂອບເຂດທົ່ວປະເທດ ໄດ້ສືບຕໍ່ຈັດຕັ້ງປະຕິບັດພາລະບົດບາດຂອງຕົນດ້ວຍຄວາມຮັບຜິດຊອບສູງ ໂດຍສະເພາະໄດ້ເປັນໃຈກາງໃນການຊຸກຍູ້ການປັບປຸງຂອດຂັ້ນໃນການດໍາເນີນທຸລະກິດ-ການລົງທຶນ ເພື່ອດຶງດູດການລົງທຶນທີ່ມີຄຸນນະພາບ, ຄຸ້ມຄອງການລົງທຶນຂອງລັດໃຫ້ມີປະສິດທິຜົນສູງຂຶ້ນ, ຂົນຂວາຍ ແລະ ຄຸ້ມຄອງການນໍາໃຊ້ທຶນຊ່ວຍເຫຼືອທາງການເພື່ອການພັດທະນາທັງໃນກອບສອງຝ່າຍ ແລະ ຫຼາຍຝ່າຍ, ຄົ້ນຄວ້າ ແລະ ສະເໜີແນະມາດຕະການຕ່າງໆທາງດ້ານເສດຖະກິດ ແລະ ການພັດທະນາ ໂດຍສະເພາະ ນະໂຍບາຍ ແລະ ມາດຕະການເພື່ອຫຼຸດຜ່ອນຜົນກະທົບທາງດ້ານເສດຖະກິດຂອງການລະບາດພະຍາດ COVID-19 ແລະ ຜະລິດສະຖິຕິທາງການຮັບໃຊ້ໃຫ້ການສັງຄົມຢ່າງເປັນລະບົບ.

ການສ້າງ ແລະ ພັດທະນາເວບໄຊທາງການຂອງກະຊວງ ເປັນບາດລ້ຽວໜຶ່ງທີ່ສໍາຄັນໃນການໂຄສະນາເຜີຍແຜ່ວຽກງານຂອງ ຂະແໜງແຜນການ ແລະການລົງທຶນ ຂອງພວກເຮົາ ເພື່ອໃຫ້ສັງຄົມທົ່ວໄປ, ນັກຮຽນ-ນັກສຶກສາ, ນັກລົງທຶນ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນອື່ນໆ ໄດ້ຮັບຊາບຂໍ້ມູນຂ່າວສານ ຢ່າງເປັນລະບົບ ແລະ ມີຄວາມສະດວກຂຶ້ນເປັນກ້າວໆ.

 

ໂຄງປະກອບກົງຈັກຂອງ ກະຊວງ ແຜນການ ແລະ ການລົງທືນ ປະກອບດ້ວຍຫ້ອງການ, ກົມ ແລະ ສະຖາບັນ ທັງໝົດ 11 ພາກສ່ວນຄື:

  1. ຫ້ອງການ;
  2. ກົມຈັດຕັ້ງ ແລະພະນັກງານ;
  3. ກົມ​ກວດກາ;
  4. ກົມແຜນການ;
  5. ກົມປະເມີນຜົນ;
  6. ກົມສົ່ງເສີມການລົງທຶນ;
  7. ກົມຮ່ວມມືສາກົນ;
  8. ຫ້ອງການສົ່ງ​ເສີມ ​ແລະຄຸ້ມ​ຄອງ​ເຂດ​​ເສດຖະກິດພິເສດ;
  9. ຫ້ອງການຄະນະກຳມະການຮ່ວມມືລາວ-ຫວຽດນາມ;
  10. ຫ້ອງການຄະນະກຳມາການຮ່ວມມືລາວ-ຈີນ;
  11. ສະຖາບັນຄົ້ນ​ຄວ້າ​ວິໄຈ​ການ​ພັດ​ທະ​ນາ ແລະ ສູນຝຶກອົມຮົມ;

ນອກ​ນັ້ນ​ຍັງ​ມີ ສູນ​ສະຖິຕິ​ແຫ່ງ​ຊາດ ຊຶ່ງມີ​ຖານະ​ທຽບ​ເທົ່າ​ທະບວງ ເຊິ່ງມີ 1 ຫ້ອງການ ແລະ 3 ກົມຂຶ້ນກັບ ແລະມີບັນ​ດາ​ກົງ​ຈັກ​ຊ່ວຍ​ວຽກອີກຈໍານວນໜຶ່ງ ຊຶ່ງ​ມີນິຕິກຳ ກຳນົດ​ໄວ້​ສະ​ເພາະ. ກົງ​ຈັກ​ການ​ຈັດ​ຕັ້ງ​ທ້ອງ​ຖິ່ນ​ຢູ່​ພາຍ​ໃຕ້​ການ​ຊີ້​ນຳ​ດ້ານ​ວິ​ຊາ​ການ ຂອງ​ກະ​ຊວງ​ແຜນ​ການ ແລະ​ ການ​ລົງ​ທຶນ​ຢູ່ໃນຂັ້ນ​ແຂວງ ນະຄອນຫຼວງວຽງຈັນມີ​ພະ​ແນກ​ແຜນ​ການ ແລະ ​ການ​ລົງ​ທຶນ​ແຂວງ ແລະ​ນະ​ຄອນຫຼວງວຽງ​ຈັນ, ແລະ ​ຄະ​ນະ​ຄຸ້ມ​ຄອງ​ເຂດ​ເສດ​ຖະ​ກິດ​ພິ​ເສດ (ສະ​ເພາະ​ແຂວງ​ທີ​ມີ​ເຂດ​ເສດ​ຖະ​ກິດ​ພິ​ເສດ), ຢູ່ໃນຂັ້ນ​ເມືອງ, ເທດ​ສະ​ບານ ແລະ ​ນະ​ຄອນ ມີ​ຫ້ອງ​ການ​ແຜນ​ການ ແລະ ​ການ​ລົງ​ທຶນ.

ໂຄງຮ່າງການຈັດຕັ້ງ

ກະຊວງ ແຜນການ ແລະ ການລົງທືນ ປະກອບດ້ວຍຫ້ອງການ, ກົມ ແລະ ສູນ ທັງໝົດ 11 ພາກສ່ວນຄື:

  1. ຫ້ອງການ;
  2. ກົມຈັດຕັ້ງ ແລະພະນັກງານ;
  3. ກົມ​ກວດກາ;
  4. ກົມແຜນການ;
  5. ກົມປະເມີນຜົນ;
  6. ກົມສົ່ງເສີມການລົງທຶນ;
  7. ກົມຮ່ວມມືສາກົນ;
  8. ຫ້ອງການສົ່ງ​ເສີມ ​ແລະຄຸ້ມ​ຄອງ​ເຂດ​​ເສດຖະກິດພິເສດ;
  9. ຫ້ອງການຄະນະກຳມະການຮ່ວມມືລາວ-ຫວຽດນາມ;
  10. ຫ້ອງການຄະນະກຳມາການຮ່ວມມືລາວ-ຈີນ;
  11. ສະຖາບັນຄົ້ນ​ຄວ້າ​ວິໄຈ​ການ​ພັດ​ທະ​ນາ ແລະ ສູນຝຶກອົມຮົມ;

ນອກ​ນັ້ນ​ຍັງ​ມີ ສູນ​ສະຖິຕິ​ແຫ່ງ​ຊາດ ຊຶ່ງມີ​ຖານະ​ທຽບ​ເທົ່າ​ທະບວງ ເຊິ່ງມີ 1 ຫ້ອງການ ແລະ 3 ກົມຂຶ້ນກັບ ແລະມີບັນ​ດາ​ກົງ​ຈັກ​ຊ່ວຍ​ວຽກອີກຈໍານວນໜຶ່ງ ຊຶ່ງ​ມີ​ດຳ​ລັດກຳນົດ​ໄວ້​ສະ​ເພາະ. ກົງ​ຈັກ​ການ​ຈັດ​ຕັ້ງ​ທ້ອງ​ຖິ່ນ​ຢູ່​ພາຍ​ໃຕ້​ການ​ຊີ້​ນຳ​ດ້ານ​ວິ​ຊາ​ການ ຂອງ​ກະ​ຊວງ​ແຜນ​ການ ແລະ​ການ​ລົງ​ທຶນ​ຢູ່ໃນຂັ້ນ​ແຂວງ ມີ​ພະ​ແນກ​ແຜນ​ການ ແລະ​ການ​ລົງ​ທຶນ​ແຂວງ ແລະ​ນະ​ຄອນຫຼວງວຽງ​ຈັນ, ​ສູນ​ສະ​ຖິ​ຕິ​ປະ​ຈຳ​ແຂວງ ແລະ ນະ​ຄອນຫຼວງວຽງ​ຈັນ, ແລະ​ຄະ​ນະ​ຄຸ້ມ​ຄອງ​ເຂດ​ເສດ​ຖະ​ກິດ​ພິ​ເສດ (ສະ​ເພາະ​ແຂວງ​ທີ​ມີ​ເຂດ​ເສດ​ຖະ​ກິດ​ພິ​ເສດ). ຢູ່ໃນຂັ້ນ​ເມືອງ ມີ​ຫ້ອງ​ການ​ແຜນ​ການ ແລະ​ການ​ລົງ​ທຶນ ເມືອງ, ເທດ​ສະ​ບານ ແລະ​ນະ​ຄອນ, ແລະ ​ສູນ​ສະ​ຖິ​ຕິ​ປະ​ຈຳ​ເມືອງ, ເທດ​ສະ​ບານ ແລະ​ ນະ​ຄອນຫຼວງ