ແຜນງານການຮ່ວມມືລະຫວ່າງລັດຖະບານ ສປປ ລາວ ແລະ ອົງການ ສປຊ ດ້ານເຄຫາສະຖານ ປີ 2022 ຫາ 2026

Aug 9, 2022 | ການເຄື່ອນໄຫວ, ຂ່າວເດັ່ນ

 

ກອງປະຊຸມປຶກສາຫາລືລະຫວ່າງລັດຖະບານ ສປປ ລາວ ແລະ ອົງການ ສປຊ ດ້ານເຄຫາສະຖານ (UN-Habitat)​ ໄດ້ໄຂຂື້ນໃນວັນທີ 05 ສິງຫາ 2022 ຢູ່ນະຄອນຫຼວງວຽງຈັນ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອນຳສະເໜີແຜນງານຂອງ ອົງການ ສປຊ ດ້ານເຄຫາສະຖານ ຢູ່ ສປປ ລາວ ສະບັບລ່າສຸດ ໃຫ້ກັບຄູ່ຮ່ວມງານຝ່າຍລັດ  ເພື່ອແລກປ່ຽນຄວາມຄິດເຫັນກ່ຽວກັບການມີສ່ວນຮ່ວມຂອງ ອົງການ ສປຊ ດ້ານເຄຫາສະຖານ (UN-Habitat)​ ໃນ ສປປ ລາວ ໃນອີກ 5 ປີ ທາງໜ້າ.

ເອກະສານແຜນງານການຮ່ວມມືສະບັບນີ້ ແມ່ນເອກະສານທີ່ລະບຸຍຸທະສາດ ແລະ ທິດທາງຂອງການດຳເນີນງານຂອງອົງການ ສປຊ ດ້ານເຄຫາສະຖານ ພ້ອມທັງໄດ້ວາງກອບບູລິມະສິດຕ່າງໆໃນດ້ານ ການຫັນເປັນຕົວເມືອງ, ການປ່ຽນແປງດິນຟ້າອາກາດ, ການບໍລິການຂັ້ນພື້ນຖານ ແລະ ອື່ນໆ. ເອກະສານສະບັບນີ້ຍັງເປັນບ່ອນອີງສຳຫຼັບການລະດົມຄວາມຊ່ວຍເຫຼືອຕ່າງໆ.ເອກະສານສະບັບນີ້ໄດ້ຮັບການພັດທະນາຂື້ນຜ່ານຂະບວນການປຶກສາຫາລືກັບຄູ່ຮ່ວມງານຝ່າຍລັດ ແລະ ອົງການ ສປຊ ດ້ານອື່ນໆ. ຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ໄດ້ປຶກສາຫາລື ສິງທ້າທາຍ ໃນຂະແໜງການທີ່ກ່ຽວຂ້ອງຂອງຕົນ ແລະ ຜົນກະທົບຂອງການຫັນເປັນຕົວເມືອງທີ່ມີຕໍ່ການພັດທະນາປະເທດ. ເອກະສານແຜນງານການຮ່ວມມືສະບັບນີ້ຍັງໄດ້ແນະນຳ ທິດທາງການຊ່ວຍເຫຼືອ ຂອງ ອົງການ ສປຊ ດ້ານເຄຫາສະຖານ (UN-Habitat) ເພື່ອໃຫ້ ສປປ ລາວບັນລຸເປົ້າໝາຍການພັດທະນາ  ໂດຍສະເພາະແມ່ນການພັດທະນາຕົວເມືອງແບບຍືນຍົງ ເຊິ່ງສອງຝ່າຍເຫັນດີວ່າຈະຕ້ອງມີການປະສານງານຜ່ານຫຼາຍຂະແໜງການ ແລະ ການມີສ່ວນຮວມຫຼາຍລະດັບ.

ທ່ານ ນາງ ສີສົມບູນ ອຸນາວົງ, ຫົວໜ້າກົມພົວພັນສາກົນ ກະຊວງແຜນການ ແລະ ການລົງທຶນ, ໄດ້ເປັນປະທານກອງປະຊຸມຄັ້ງນີ້. ທ່ານ ນາງ ສີສົມບູນ ໄດ້ສະແດງຄວາມປື້ມປິຕິເປັນຢ່າງຍິ່ງ ຕໍ່ແຜນງານການຮ່ວມມືຂອງອົງການ ສປຊ ດ້ານເຄຫາສະຖານ (UN-Habitat) ເຊິ່ງໄດ້ລວມເອົາ ການສ້າງຄວາມອາດສາມາດໃຫ້ແກ່ທຸກຂັ້ນ, ສະໜັບສະໜູນນະໂຍບາຍ, ແລະ ໂຄງການໂຕແບບຕ່າງໆ  ເພື່ອແບ່ງປັນເຕັກນິກວິທີການທີ່ດີທີ່ສຸດໃນການພັດທະນາຕົວເມືອງແບບຍືນຍົງ.

ທ່ານ ປອ ອາວີ ຊາກາ, ທີ່ປຶກສາ ອົງການ ສປຊ ດ້ານເຄຫາສະຖານ ປະຈຳອາຊີຕາເວັນອອກສຽງໃຕ້ (ດ້ານການໃຫ້ບໍລິການຂັ້ນພື້ນຖານ) ແລະ ຫົວໜ້າ ອົງການ ສປຊ ດ້ານເຄຫາສະຖານ ປະຈໍາ ສປປ ລາວ, ໄດ້ກ່າວສະແດງຄວາມຂອບໃຈມາຍັງ ບັນດາະຊວງຕ່າງໆ ທີ່ໄດ້ມີສ່ວນຊ່ວຍໃນການພັດທະນາ ແຜນງານການຮ່ວມມືລະຫວ່າງລັດຖະບານ ສປປ ລາວ ແລະ ອົງການ ສປຊ ດ້ານເຄຫາສະຖານ (UN-Habitat) ແຕ່ປີ 2022 ຫາ 2026 ລວມເຖິງການສະໜັບສະໜູນວຽກງານຕ່າງໆຕະຫລອດມາ. ທ່ານ ປອ ອາວີ ຊາກາ ຍັງໄດ້ຢືນຢັນວ່າ ອົງການ ສປຊ ດ້ານເຄຫາສະຖານ (UN-Habitat) ມີພັນທະໃນການສືບຕໍ່ ໃຫ້ຄວາມຊ່ວຍເຫຼືອແກ່ລັດຖະບານ ສປປ ລາວ ໂດຍສະເພາະຄວາມພະຍາຍາມແກ້ໄຂບັນຫາທາງດ້ານ ການຫັນເປັນຕົວເມືອງຢ່າງໄວວາ, ການປ່ຽນແປງດິນຟ້າອາກາດ, ໄພພິບັດທາງທຳມະຊາດ, ບັນຫາໂລກລະບາດໂຄວິດ 19 ແລະ ສິ່ງທ້າທາຍອື່ນໆ.