ກອງປະຊຸມ ຮ່ວມມືລົງທຶນ ລາວ-ຫວຽດນາມ 2025 ທີ່ ນະຄອນຫຼວງວຽງຈັນ, ປະເທດ ລາວ

Jan 9, 2025 | ການເຄື່ອນໄຫວ

ໃນຕອນບ່າຍຂອງວັນທີ 09 ມັງກອນ 2025, ກະຊວງ ເເຜນການ ເເລະ ການລົງທຶນ ສປປ ລາວ ຮ່ວມກັບ ກະຊວງ ເເຜນການ ເເລະ ການລົງທຶນ ສສ ຫວຽດນາມ ໄດ້ຈັດກອງປະຊຸມກອງປະຊຸມ ຮ່ວມມືລົງທຶນ ລາວ-ຫວຽດນາມ ປະຈໍາປີ 2025 ຢູ່ທີ່ ຫໍປະຊຸມເເຫ່ງຊາດ, ນະຄອນຫຼວງວຽງຈັນ ສປປ ລາວ ໂດຍມີແຂກຜູ້ເຂົ້າຮ່ວມຈາກພາກລັດ ເເລະ ພາກທຸລະກິດ ຈໍານວນປະມານ 700 ຄົນ. ກອງປະຊຸມ ຮ່ວມມືລົງທຶນ ລາວ-ຫວຽດນາມ ປະຈໍາປີ 2025, ໃຫ້ກຽດເປັນປະທານຮ່ວມລະຫວ່າງ ທ່ານ ປອ ເພັດ ພົມພິພັກ, ລັດຖະມົນຕີ ກະຊວງ ເເຜນການ ເເລະ ການລົງທຶນ ສປປ ລາວ ເເລະ ທ່ານ ຫງວຽນ ຈີ້ ຢຸ້ງ, ລັດຖະມົນຕີ ກະຊວງ ເເຜນການ ເເລະ ການລົງທຶນ ສສ ຫວຽດນາມ; ເເລະ ເປັນກຽດເຂົ້າຮ່ວມໂດຍ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ເເລະ ພະນະທ່ານ ຟາມ ມິງ ຈິງ, ນາຍົກລັດຖະມົນຕີ ເເຫ່ງ ສສ ຫວຽດນາມ.

ກອງປະຊຸມ ຮ່ວມມືລົງທຶນ ລາວ-ຫວຽດນາມ ຖືເປັນເວທີແຫ່ງການເສີມຂະຫຍາຍສາຍພົວພັນ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ທີ່ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຂອງ 2 ປະເທດ ໄດ້ລົງນາມ ໃນສົນທິສັນຍາ ແລະ ການຮ່ວມມື ຄົບຮອບ 47 ປີ (18/7/1977-18/7/2024) ແລະ ການສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 62 ປີ (5/9/1962-5/9/2024).

ໃນກອງປະຊຸມດັ່ງກ່າວ ທ່ານ ລັດຖະມົນຕີ ກະຊວງ ເເຜນການ ເເລະ ການລົງທຶນ ສປປ ລາວ ໄດ້ລາຍງານ ວ່າ: ລັດຖະບານ ສປປ ລາວ ໄດ້ຖືເອົາວຽກງານ ການຄ້າ-ການລົງທຶນ ເປັນ ໜຶ່ງໃນແຜນງານບູລິມະສິດ ຂອງລັດຖະບານ ເພື່ອຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ,  ການສ້າງລາຍຮັບເຂົ້າປະເທດ ກໍຄື ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ພາຍໃນ 11 ເດືອນ ຕົ້ນປີ 2024 ມູນຄ່າການຄ້າສອງຝ່າຍລາວ-ຫວຽດນາມ ສາມາດ ບັນລຸ 1,94 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 32,8% ທຽບໃສ່ໄລຍະດຽວກັນຂອງປີ 2023; ໃນນັ້ນ ມູນຄ່າການນຳເຂົ້າ ສິນຄ້າຈາກຫວຽດນາມ ບັນລຸ 641,8 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 32% ແລະ ມູນຄ່າສົ່ງອອກໄປຫວຽດນາມ ບັນລຸ 1,3 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 26,2%. ໃນດ້ານການລົງທຶນ, ນັບແຕ່ ສປປ ລາວ ເປີດຮັບການລົງທຶນຈາກຕ່າງປະເທດ ຈົນເຖິງປະຈຸບັນ ກໍ່ໄດ້ມີການລົງທຶນຈາກ ບັນດາ ປະເທດທີ່ມີຄວາມສົນໃຈມາລົງທຶນ ຢູ່ ສປປ ລາວ, ໃນນັ້ນການລົງທຶນຈາກ ສສ ຫວຽດນາມ ມີທັງໝົດ 417 ໂຄງການ, ມີມູນຄ່າອະນຸມັດທັງໝົດຫຼາຍກ່ວາ 4,9 ຕື້ ໂດລາສະຫະລັດ, ການລົງທຶນ ຂອງ ຫວຽດນາມ 100% ມີມູນຄ່າ 4,6 ຕື້ ໂດລາສະຫະລັດ ເຊິ່ງສ່ວນໃຫ່ຍຈະເປັນການ ລົງທຶນໃນ ຂະແໜງບໍ່ແຮ່ມີມູນຄ່າການລົງທຶນ 1,040 ລ້ານ ໂດລາສະຫະລັດ, ຂະແໜງພະລັງງານໄຟຟ້າ ມີມູນ ຄ່າການລົງທຶນ 980 ລ້ານໂດລາສະຫະລັດ, ຂະແໜງກະສິກໍາມີມູນຄ່າການລົງທຶນ 680 ລ້ານໂດລາ ສະຫະລັດ, ແລະ ຂະແໜງບໍລິການອື່ນໆມີມູນຄ່າການລົງທຶນ 2 ຕື້ໂດລາສະຫະລັດ. ການລົງທຶນ ຈາກ ສສ ຫວຽດນາມ ໃນປະຈຸບັນແມ່ນຈັດຢູ່ໃນອັນດັບ 3 ຈາກ 53 ປະເທດ ທີ່ເຂົ້າມາລົງທຶນໃນ ສປປ ລາວ.

ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ແລະ ພະນະທ່ານ ຟາມ ມິງຈິງ , ນາຍົກລັດຖະມົນຕີ ເເຫ່ງ ສສ ຫວຽດນາມ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດທີພົ້ນເດັ່ນທາງການຄ້າ ແລະການລົງທຶນ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ແລະຮຽກຮ້ອງໃຫ້ ທຸກພາກສ່ວນ ລວມທັງ ພາກທຸລະກິດ ຂອງ ລາວ ແລະ ຫວຽດນາມ ໃຫ້ເພີ່ມທະວີ ການຮ່ວມມືເພື່ອເຮັດໃຫ້ ມູນຄ່າການຄ້າ ແລະການລົງທຶນ ເພີ່ມຂຶ້ນ ໃຫ້ສົມຄູ່ ກັບ ມູນເຊື້ອ ແລະທ່າແຮງ ການຮ່ວມມືພິເສດຂອງ ຂອງ 2 ພັກ 2 ລັດ ແລະ ປະຊາຊົນ 2 ຊາດ.

ໃນວາລະສຸດທ້າຍຂອງ ກອງປະຊຸມ ໄດ້ມີການມອບໃບອະນຸຍາດການລົງທຶນ, ສັນຍາສຳປະທານ ເເລະ ສັນຍາພັດທະນາໂຄງການ ໃຫ້ເເກ່ 12 ບໍລິສັດ ແລະ ມິການພິທິເປີດນຳໃຊ້ ລະບົບຊຳລະສະກຸນເງິນ ກີບ-ດົງ ຜ່ານລະບົບ ຄິວອາໂຄດ (QR Code) ລະຫວ່າງ ລາວ ແລະ ຫວຽດນາມ ເພື່ອຫຼຸດຜ່ອນ ຄວາມຕ້ອງການເງິນຕາຕ່າງປະເທດ ໃຫ້ເເກ່ ປະຊາຊົນ ເເລະ ພາກທຸລະກິດ ຂອງ 2 ຊາດ ໃນການຊຳລະ ບັນດາ ທຸລະກຳ ທີ່ເກີດຂຶ້ນ ຜ່ານລະບົບ Online ໃຫ້ສາມາດນຳໃຊ້ ສະກຸນເງິນຂອງໂຕເອງ ເຊິ່ງ ເປັນສັນຍາລັກທີເປັນຮູບປະທານຂອງການຮ່ວມມືດ້ານການລົງທຶນ ທີເຂັ້ມແຂງຂອງ 2 ປະເທດ.