ໃນວັນທີ 23 ເມສາ 2025, ທີ່ ກະຊວງແຜນການ ແລະ ການລົງທຶນໄດ້ມີ ພິທີເຊັນສັນຍາ ວ່າດ້ວຍການສຳຫຼວດເກືອໂປຕາສ ຢູ່ເຂດເມືອງໄຊບູລີ, ແຂວງສະຫວັນນະເຂດ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ ບໍລິສັດ ໄຊຈະເລີນ ຂຸດຄົ້ນຫີນປູນ ຈຳກັດຜູ້ດຽວ ເປັນກຽດເຂົ້າຮ່ວມໃນພິທີເຊັນສັນຍາຄັ້ງນີ້ໂດຍ ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ພ້ອມດຽວກັນນີ້ກໍ່ຍັງມີບັນດາ ທ່ານຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງກົມ, ຮອງຫົວໜ້າຫ້ອງການ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ຈາກສູນກາງ ແລະ ທ້ອງຖີ່ນ ພະນັກງານທີກ່ຽວຂ້ອງຈາກບໍລິສັດກໍ່ໄດ້ເຂົ້າຮ່ວມ.
ໂດຍອີງຕາມ ໃບມອບສິດຂອງທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 67/ນຍ, ລົງວັນທີ 09 ເມສາ 2025 ທີ່ມອບສິດໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນຜູ້ເຊັນສັນຍາ, ເຊິ່ງຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ເຊັນໂດຍ ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ບໍລິສັດ ໄຊຈະເລີນ ຂຸດຄົ້ນຫີນປູນ ຈຳກັດຜູ້ດຽວ ເຊິ່ງຕາງໜ້າເຊັນໂດຍ ທ່ານ ນາງ ວິໄຊ ໄຊຍະສິນ ຜູ້ອຳນວຍການ ບໍລິສັດ ໄຊຈະເລີນ ຂຸດຄົ້ນຫີນປູນ ຈຳກັດຜູ້ດຽວ ແລະ ເຊັນເປັນພະຍານໂດຍ ທ່ານ ອິນທະສອນ ພົນຈະເລີນ ທີ່ປຶກສາບໍລິສັດ ໄຊຈະເລີນ ຂຸດຄົ້ນຫີນປູນ ຈຳກັດຜູ້ດຽວ ແລະ ທ່ານ ພອນວິໄລ ພົນຈະເລີນ ທີ່ປຶກສາບໍລິສັດ ໄຊຈະເລີນ ຂຸດຄົ້ນຫີນປູນ ຈຳກັດຜູ້ດຽວ


