ກະຊວງແຜນການ ແລະ ການລົງທຶນ
Ministry of Planning and Investment

The Southeast Asia Policy Roundtable by online system

Apr 6, 2022 | Activities, News

ໃນຕອນບ່າຍຂອງວັນທີ 17 ມີນາ 2022, ທີ່ກະຊວງແຜນການ ແລະ ການລົງທຶນ ທ່ານ ນ. ພອນວັນ ອຸທະວົງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ເຂົ້າຮ່ວມກອງປະຊຸມໂຕະມົນກ່ຽວກັບນະໂຍບາຍການພັດທະນາຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ “The Southeast Asia Policy Roundtable” ເຊິ່ງຈັດໂດຍ ທະນາຄານພັດທະນາອາຊີ (ADB) ໃນກອງປະຊຸມດັ່ງກ່າວແມ່ນຈັດໃນຮູບແບບກອງປະຊຸມທາງໄກ ໂດຍມີການນຳລະດັບສູງຂອງບັນດາປະເທດອາຊຽນເຂົ້າຮ່ວມ, ສຳລັບ ສປປ ລາວ ແມ່ນ ທ່ານ ນ. ພອນວັນ ອຸທະວົງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເຂົ້າຮ່ວມໃນນາມເປັນຜູ້ຮ່ວມສົນທະນາ ກ່ຽວກັບ ຜົນກະທົບຂອງການລະບາດຂອງພະຍາດ COVID-19 ໃນໄລຍະ 2 ປີຜ່ານມາ, ສະພາບການລະບາດປະຈຸບັນ ແລະ ແນວທາງການກະຕຸ້ນເສດຖະກິດໃນຕໍ່ໜ້າ. ໃນນີ້ ທ່ານ ນ. ພອນວັນ ອຸທະວົງ ກໍ່ໄດ້ເນັ້ນໃຫ້ເຫັນແນວທາງໃນການຟື້ນຟູຜົນກະທົບຂອງເສດຖະກິດຈາກການລະບາດຂອງພະຍາດ COVID-19 ຂອງ ສປປ ລາວ  ໂດຍໄດ້ສຸມໃສ່ຂະແໜງ ການທີ່ຄາດວ່າຈະສ້າງລາຍຮັບທາງເສດຖະກິດ ເປັນຕົ້ນແມ່ນ: ຂະແໜງກະສິກຳ, ທ່ອງທ່ຽວ, ໄຟຟ້າ ແລະ ບໍ່ແຮ່. ເຊິ່ງມີການແລກປ່ຽນໂດຍຫຍໍ້ດັ່ງນີ້:

ວຽກງານທ່ອງທ່ຽວ ແມ່ນນຶ່ງວຽກງານໜຶ່ງທີ່ສ້າງເຮັດງານທຳ ແລະ ລາຍຮັບ ໃຫ້ແກ່ປະເທດຊາດ ແລະ ຊຸມຊົນ ແລະ  ຍັງສາມາດສົ່ງຜົນກະທົບໂດຍກົງຕໍ່ການຂະຫຍາຍຕົວຂອງເສດຖະກິດ. ເພື່ອແກ້ໄຂຜົນກະທົບຈາກການລະບາດຂອງພະຍາດ COVID-19  ຕໍ່ຂະແໜງທ່ອງທ່ຽວ ໃນຊ່ວງໄລຍະທີ່ນັກທ່ອງທ່ຽວຕ່າງປະເທດ ບໍ່ສາມາດເຂົ້າມາລາວໄດ້. ລັດຖະບານ ສປປ ລາວ ໄດ້ໂຄສະນາສົ່ງເສີມ ການທ່ອງທ່ຽວພາຍໃນ “ລາວທ່ຽວລາວ” ແລະ ໄດ້ເປີດຮັບນັກທ່ອງທ່ຽວຕ່າງປະເທດເປັນກຸ່ມສະເພາະເຂົ້າມາ ສປປ ລາວ ໃນຂອບເຂດພື້ນທີ່ທີ່ກຳນົດໄວ້ ເຊິ່ງແມ່ນວິທີທາງແກ້ໄຂອີກທາງໜຶ່ງໃນການຟື້ນຟູການທ່ອງທ່ຽວຈາກການລະບາດຂອງພະຍາດດັ່ງກ່າວ.

ພ້ອມກັນນັ້ນ, ລັດຖະບານແມ່ນໄດ້ເລັ່ງລັດປັບປຸງສະພາບແວດລ້ອມຂອງການດຳເນີນທຸລະກິດ ໂດຍສະເພາະການແບ່ງຂັ້ນຄຸ້ມຄອງໃຫ້ຈະແຈ້ງຂຶ້ນຕື່ມ ແລະ ສືບຕໍ່ກວດກາບັນດານິຕິກຳຕ່າງໆທີ່ຍັງເປັນຊ່ອງຫວ່າງໃນການດຳເນີນທຸລະກິດ ໃນ ສປປ ລາວ ເພື່ອດຶງດູດນັກລົງທຶນທີ່ມີຄຸນນະພາບຫຼາຍຂຶ້ນ. ນອກນັ້ນ, ລັດຖະບານແມ່ນໄດ້ສົ່ງເສີມການລົງທຶນພາກເອກະຊົນໃຫ້ຫຼາຍຂຶ້ນກວ່າເກົ່າ ໂດຍສະເພາະແມ່ນຮູບແບບຮ່ວມທຶນລະຫວ່າງພາກເອກະຊົນ ແລະ ລັດຖະບານ ຫຼື PPP ເພື່ອຫຼຸດຜ່ອນການນຳງົບປະມານຂອງລັດໂດຍກົງ.

ດ້ານເຕັກໂນໂລຊີ ສປປ ລາວ ແມ່ນໄດ້ຖືເປັນແຜນວຽກສຳຄັນທີ່ນອນໃນງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນການສະໜັບສະໜູນນະວັດຕະກໍາ ແລະ ເພີ່ມປະສິດທິຜົນ ເພື່ອອຳນວຍຄວາມສະດວກໃຫ້ແກ່ການເຕີບໂຕເສດຖະກິດ. ໃນນັ້ນມີການເຂົ້າເຖິງການບໍລິການໂທລະຄົມ ໂດຍສະເພາະແມ່ນການບໍລິການໂທລະສັບມືຖື ແມ່ນມີການຂະຫຍາຍຕົວໃນໄລຍະຜ່ານມາ. ຮອດທ້າຍປີ 2025, ສປປ ລາວ ວາງເປົ້າໝາຍທີ່ຈະຂະຫຍາຍລະບົບອິນເຕີເນັດໃນຂອບເຂດທົ່ວປະເທດຕື່ມອີກ, ພ້ອມທັງວາງແຜນທີ່ຈະເພີ່ມຄວາມຮູ້ທາງດ້ານຄອມພິວເຕີ ແລະ ຄວາມສາມາດດ້ານອື່ນໆທີ່ຕິດພັນກັບ ICT ໃນອະນາຄົດ

ນອກຈາກນັ້ນ, ທ່ານຍັງໄດ້ເນັ້ນໃຫ້ເຫັນຄວາມສຳຄັນຂອງການພັດທະນາສີຂຽວດ້ວຍການນຳໃຊ້ພະລັງງານທົດແທນ. ໃນນີ້້ ສປປ ລາວ ກໍ່ໄດ້ວາງແຜນກ່ຽວກັບການຜະລິດພະລັງງານລົມ ເຊິ່ງເປັນໜຶ່ງໃນໂຄງການທີ່ ADB ສະໜັບສະໜູນໂຄງການພະລັງງານ ມີກຳລັງແຮງ 600 MW ທີ່ຈະສົ່ງອອກພະລັງງານໄປ ສສ ຫວຽດນາມ. ນະໂຍບາຍສໍາຄັນໜຶ່ງທີ່ລັດຖະບານປະກາດໃຊ້ແມ່ນການສົ່ງເສີມການນຳພະລັງງານໄຟຟ້າ ໂດຍສະເພາະແມ່ນພາຫະນະສີ່ລໍ້ ແລະ ສອງລໍ້.